ຮ່າງລັດຖະທຳມະນູນໃຫມ່ຂອງໄທຍົກເລີກກົດໝາຍວ່າດ້ວຍການອະໄພຍະໂທດ

ຮ່າງລັດຖະທຳມະນູນໃຫມ່ຂອງໄທຍົກເລີກກົດໝາຍວ່າດ້ວຍການອະໄພຍະໂທດ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປ​ຣາ​ຢຸດ ຈັນ​ໂອ​ຈາ
ພາບ:vietnamplus.vn

(vovworld)-​​ວັນ​ທີ 10/12, ໂຄ​ສົກ​ຄະ​ນະ​ກຳ​ມະ​ການ​ຮຽບ​ຮຽງ​ລັດ​ຖະ​ທຳ​ມະ​ນູນ​ໄທ ທ່ານ ​ເລີດ​ສະ​ຣັກ ຣັດ​ຕະ​ນາ​ວາ​ນີດໃຫ້​ຮູ້​ວ່າ: ຄະ​ນະ​ກຳ​ມະ​ການ​ຮຽບ​ຮຽງ​ລັດ​ຖະ​ທຳ​ມະ​ນູນ​ໄທ ຈະ​ບໍ່​ລະ​ບຸ​ກົດ​ໝາຍ​ວ່າ​ດ້ວຍ​ການ​ອະ​ໄພ​ຍະ​ໂທດ​ໄວ້​ໃນ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ໃຫມ່ ແຕ່​​ຈະ​ສະ​ເຫນີ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ ຮັບ​ຜິດ​ຊອບ​ການ​ຊຸກ​ຍູ້​ຄວາມ​ປອງດອງ​ໄກ່​ເກ່ຍ​ຊາດ ຢູ່ ໄທ. ຄຳ​ຖະ​ແຫລງ​ດັ່ງ​ກ່າວ​ຖືກ ຍົກ​ອອກ​ມາ ພາຍ​ຫລັງ​ອະ​ນຸ​ກຳ​ມະ​ການ ຂຶ້ນ​ກັບ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ ສະ​ເຫນີ ລົບ​ລ້າງ ​ກົດ​ໝາຍ​ວ່າ​ດ້ວຍ​ການ​ອະ​ໄພ​ຍະ​ໂທດ​​ທັງ​ໝົດ ຫລື ສ່ວນ​ຫນຶ່ງ​ໃຫ້​ແກ່​ບັນ​ດາ​ເປົ້າ​ໝາຍ​ກ່ຽວ​ຂ້ອງ​ເຖິງ​​ບັນ​ດາການ​​ໂຮມ​ຊຸມ​ນຸມ​ແຫ່​ຂະ​ບວນ​ໃນ​ໄລ​ຍະ​ລະ​ອຽດ ເພື່ອ​ຊຸກ​ຍູ້​ການ​ປອງດອງ​ໄກ່​ເກຍ​ຊາດ.

 

 

 

 

ຂ່າວ/ບົດ​ອື່ນ