ຮ້ານວາງສະແດງກວ່າ 200 ຮ້ານເຂົ້າຮ່ວມງານຕະຫຼາດນັດລະດູບານໃໝ່ດ່ານັ້ງ2017

ຮ້ານວາງສະແດງກວ່າ 200 ຮ້ານເຂົ້າຮ່ວມງານຕະຫຼາດນັດລະດູບານໃໝ່ດ່ານັ້ງ2017 - ảnh 1
ງານ​ຕະ​ຫຼາດ​ນັດ​ລະ​ດູບ​ານ​ໃໝ່ 2017
(ພາບ: TTXVN)


(vovworld) - ມີ​ຮ້ານ​ວາງ​ສະ​ແດງກວ່າ 200 ຮ້ານ​ຂອງ 150 ວິ​ສາ​ຫະ​ກິດ​ຢູ່​ພາຍ​ໃນ​ປະ​ເທດ ແລະ ໄທ ໄດ້​ເຂົ້າ​ຮ່ວມ​ງານ​ຕະ​ຫຼາດ​ນັດ​ລະ​ດູບ​ານ​ໃໝ່ 2017 ໂດຍ​ພະ​ແນກ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ນະ​ຄອນ​ດ່ານັ້ງ ຈັດ​ຕ​ັ້ງ, ເຊິ່ງ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 12/01 ຢູ່​​ສູນ​ກິ​ລາ ຕວຽນ​ເຊີນ. ງານ​ຕະ​ຫຼາດ​ນັດ​ລະ​ດູບ​ານ​ໃໝ່​ດ່ານັ້ງ 2017 ແມ່ນ​ເພື່ອ​ແນ​ໃສ່​ຮັບ​ໃຊ້​ຄ​ວາມ​ຕ້ອງ​ການ​ຊື້​ເຄື່ອງ​ຂອງ​​ຂອງ​ຜູ້​ອຸ​ປະ​ໂພກ, ບໍ​ລິ​ໂພກ, ແລກ​ປ່ຽນ​ສິນ​ຄ້າ, ຊອກ​ຫາ​ຕະ​ຫຼາດ​ຂອງວິ​ສາ​ຫະ​ກິດໃນ​ໂອ​ກາດ​ບຸນ​ປີ​ໃໝ່​​​ປີ​ລະ​ກາ. ພ້ອມ​ທັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ໂຄ​ສະ​ນາ, ແນະ​ນຳ​ຜ​ະ​ລິດ​ຕະ​ພັນ​ເຖິງຜູ້​ອຸ​ປະ​ໂພກ, ບໍ​ລິ​ໂພກ. ງານ​ຕະ​ຫຼາ​ດ​ນັດ​ໄດ້​ເປີດ​ປະ​ຕູ​ຮອດ​ວັນ​ທີ 18/01 ຈຶ່ງ​ຈະ​ອັດ​ລົງ.

ຂ່າວ/ບົດ​ອື່ນ