ຮ້ານສັບພະສິນຄ້າ, ຕະຫຼາດຫຼາຍແຫ່ງໄດ້ເປີດປະຕູຂາຍເຄື່ອງນັບແຕ່ວັນທີ 13 ກຸມພາ

(VOVWORLD) -ມີຮ້ານສັບພະສິນຄ້າຈຳນວນໜຶ່ງໄດ້ເປີດປະຕູດຳເນີນທຸລະກິດ, ໃນນັ້ນມີ ຮ້ານສັບພະສິນຄ້າຄື: BigC, Saigon Co.op, Aeon, MM Mega Market…
ຮ້ານສັບພະສິນຄ້າ, ຕະຫຼາດຫຼາຍແຫ່ງໄດ້ເປີດປະຕູຂາຍເຄື່ອງນັບແຕ່ວັນທີ 13 ກຸມພາ - ảnh 1(ພາບປະກອບ: VOV)

ວັນທີ 13 ກຸມພາ (ກົງກັບວັນທີ 2 ເດືອນຈຽງຂອງບຸນເຕັດ ໄລ່ຕາມຈັນທະປະຕິທິນຫວຽດນາມ), ມີຮ້ານສັບພະສິນຄ້າຈຳນວນໜຶ່ງໄດ້ເປີດປະຕູດຳເນີນທຸລະກິດ, ໃນນັ້ນມີ ຮ້ານສັບພະສິນຄ້າຄື: BigC, Saigon Co.op, Aeon, MM Mega Market… ສິນຄ້າທີ່ສະໜອງແມ່ນອຸດົມສົມບູນ, ສິນຄ້າຈຳເປັນມີລາຄາເປັນປົກກະຕິ. ໄປຊື້ເຄື່ອງຢູ່ ຮ້ານສັບພະສິນຄ້າ Saigon Co.op ຢູ່ເມືອງ 3, ນະຄອນໂຮ່ຈີມິນ, ປ້າ ຟ້າມທູຮ່ວາຍ, ໃຫ້ຮູ້ວ່າ.

        “ລາຄາຍັງຮັກສາເປັນປົກກະຕິ, ຍ້ອນເຮັດນັ້ນຂ້າພະເຈົ້າຈຶ່ງມາຮ້ານສັບພະສິນຄ້າເພື່ອຊື້ເຄື່ອງ. ຕາມທຳມະດາ, ໃນບຸນເຕັດລາຄາສິນຄ້າຢູ່ຕະຫຼາດແມ່ນເພີ່ມຂຶ້ນ. ລາຄາຜັກ, ໝາກໄມ້ແມ່ນໃໝ່ ແລະ ສົດໆ.”

        ບໍ່ພຽງແຕ່ລະບົບຮ້ານສັບພະສິນຄ້າເທົ່ານັ້ນ, ມີຕະຫຼາດຫຼາຍແຫ່ງກໍ່ໄດ້ເປີດປະຕູຮັບໃຊ້ປະຊາຊົນ, ຫຼາຍຄົນໄດ້ມາຊື້ເຄື່ອງຂອງຄື: ຜັກ, ໝາກໄມ້, ສະບຽງອາຫານ. ລາຄາບາງສິນຄ້າກໍ່ເພີ່ມຂຶ້ນແຕ່ບໍ່ຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ