ຮ່າຢາງ ຄວນປະຕິບັດໂຄງການຈຸດໝາຍແຫ່ງຊາດ ກໍ່ສ້າງເຂດຊົນນະບົດໃໝ່ໃຫ້ດີ

ຮ່າຢາງ ຄວນປະຕິບັດໂຄງການຈຸດໝາຍແຫ່ງຊາດ ກໍ່ສ້າງເຂດຊົນນະບົດໃໝ່ໃຫ້ດີ - ảnh 1
( ພາບ : http://truongtansang.net)

ໂດຍ​ສືບ​ຕໍ່​ການ​​ປະຕິບັດ​ງານ​ຊອກ​ຮູ້​ສະພາບ​ຕົວ​ຈິງ​​​ໃນ​ການປະຕິບັດ​ໜ້າ​ທີ່ເສດຖະກິດ​ສັງຄົມປີ 2011 ແລ​ະ ຜັນ​ຂະຫຍາຍ​ການ​ປະຕິບັດໂຄງການ​ຈຸດ​ໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ເຂດ​ຊົນນະບົ​ດ​ໃໝ່, ວັນ​ທີ 11 ທັນວາ, ທ່ານ​ປະທານ​ປະ​ເທດ​ ເຈືອງ​ເຕີນ​ຊາງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງຂອງ​ແຂວງ ຮ່າ​ຢາງ. ຊົ​ມ​ເຊີຍ​ບັນດາຜົນ​ງານທີ່ອົງຄະ​ນະພັກ, ອຳນາດ​ການ​ປົກຄອງ ​ແລະ ປຊຊ ​ແຂວງ ຮ່າ​ຢາງ ບັນລຸ​ໄດ້​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ. ທ່ານ​ປະທານປະ​ເທດ​ຖື​ວ່າ, ​ໃນ​ຂົງ​ເຂດ​ພັດທະນາ​ເສດຖະກິດ​ຄວນ​ເອົາ​ໃຈ​ໃສ່​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ເຂດ​ພູດ​ອຍ​ ​ແລະ ​​ເຂດຊາຍ​ແດນ.

“ຮ່າ​ຢາງ​ ມີ​ທ່າ​ອ່ຽງພັດທະນາ​ 3 ດ້ານ​, ທີ 1 ​ແມ່ນ​ຮ່າງງ​ປະກອບ​ພື້ນຖານ​​ໂຄງ​ລ່າງ​​ແມ່ນໄດ້​ດີກ​ວ່າ​ເກົ່າ, ທີ 2 ​ແມ່ນ​ສະມັດ​ຕະພາບ​ສາມາດ​ເພີ່ມ​ຂື້ນ​ຍ້ອນ​ຢາກ​ໃຫ້​ແຂວງ ຮ່າ​ຢາງ​ ຮັ່ງມີ​ກວ່າ​ເກົ່າ​ກອນອື່ນ​ໝົດ​ແມ່ນ​ຕ້ອງເລີ່ມ​ຕົ້ນ​ຈາກກະ​ສິກຳ, ທີ 3 ​ແມ່ນ ການທ່ອງທ່ຽວ. ​ເພາະສະ​ນັ້ນ​ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ແຂວງ​ຄວນ​ຖື​ເປັນ​ສຳ​ຄັນ ​ແລະ ພັດທະນາ​ທ່າ​ແຮງ​ນັ້ນ.”

ຄຽງ​ຄ້າງ​ນັ້ນ, ທ່ານ​ປະທານ​ປະ​ເທດ​ກໍ່​ສະ​ເໜີ​​ໃຫ້​ແຂວງ ຮ່າ​ຢາງ ຜັນ​ຂະຫຍາຍ​ການ​ປະຕິບັດມະຕິ​​ປະຊຸມ​ໃຫຍ່ຄັ້ງ​ທີ 11 ​ຂອງ​ພັກ ​ແລະ ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່​ກ້າງ​ເຂດ​ຊົນນະບົດ​ໃໝ່​ເປັນ​ຢ່າງ​ດີ. ​​ໄປ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ພະນັກງານ, ນັກ​ຮົບ​ກອງ​ເສດ​ຖະກິດ - ປ້​ອງກັນຊາ​ດ 313, ທ່ານ​ປະທານ​ປະ​ເທດ​ໄດ​້​ເນັ້ນ​ໜັກ​ເຖິງ​ການ​ປະຕິບັດ​ວຽກ​ງານ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ ​ແລະ ໝັ້ນຄົງ.

“ປະຈຸ​ບັນ​​ເລື່ອງ​ຂີດ​ເສັ້ນ​ຊາຍ​ແດນ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ໄດ້​ປະຕິບັດຮຽບຮ້ອຍແລ້ວ ດັ່ງ​ນັ້ນ​ຕ້ອງພະຍາ​ຍາມ​​ຮັກ​ສາ​ຄວາມ​ສະ​ງົບ​ປອດ​ໄພຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ສົມທົບ​ກັບທິດ​ນຳສ້າງ​ເສັ້ນຊາຍ​ແດນ​ສັນຕິພາບ, ມິດຕະພາບ , ຮ່ວມ​ມື ​ແລະ ພ້ອມ​ກັນ​ພັດທະນາ​ຢ່າງ​ຍາວ​ນານ, ຮັກສາ​ສາຍ​ພົວພັນ​ກັບເພື່ອ​ນມິດ, ​​ໄປມາແລ​ກ ປ່ຽນ​​ເຊິ່ງກັນ ​ແລະ ກັນເປັນ​ປະຈຳ, ແກ້​ໄຂ​ສິງ​ທີ່​ເກີດ​ຂື້ນຢ່າງທັນ​ການ. ​ບົນ​ພື້ນຖານ​ນັ້ນ​ແນະນຳ​​ໃຫ້ ປຊຊ ພັດທະນາ​ການ​ຜະລິດ”.
ຂ່າວ/ບົດ​ອື່ນ