ຮ່າໂນ້ຍ ກະຕຸ້ນການທ່ອງທ່ຽວຜ່ານງານບຸນເສື້ອຍາວ ທ່ອງທ່ຽວ ຮ່າໂນ້ຍ 2022.

(VOVWORLD) -ວັນທີ 26 ພະຈິກ ຢູ່ເຂດປູຊະນີຍະສະຖານພະລາດຊະວັງ ທັງລອງ,  ພະແນກທ່ອງທ່ຽວ ຮ່າໂນ້ຍ ໄດ້ຈັດກອງປະຊຸມຖະແຫຼ່ງຂ່າວກ່ຽວກັບງານບຸນເສື້ອຍາວທ່ອງທ່ຽວ - ຮ່າໂນ້ຍ 2022
    ຮ່າໂນ້ຍ ກະຕຸ້ນການທ່ອງທ່ຽວຜ່ານງານບຸນເສື້ອຍາວ ທ່ອງທ່ຽວ ຮ່າໂນ້ຍ 2022.  - ảnh 1ຊຸດເສື້ອຍາວທີ່ສວຍງາມຂອງແມ່ຍິງຫວຽດນາມ

     ລາຍການແມ່ນເພື່ອເຊີດຊູຊຸດເສື້ອຍາວ ອັນເປັນປະເພນີຂອງຊາດ ປະກອບສ່ວນສ້າງຄວາມດູດດື່ມສຳລັບແຂກທ່ອງທ່ຽວເມື່ອມາຢາມນະຄອນຫຼວງ ຮ່າໂນ້ຍ      ງານບຸນເສື້ອຍາວທ່ອງທ່ຽວ ຮ່າໂນ້ຍ 2022 ຖືກຈັດຂຶ້ນໃນສາມວັນ ແຕວັນທີ 2 ຫາວັນທີ 4 ທັນ ຢູ່ບໍລິເວນຖະໜົນຍ່າງອ້ອມໜອງ ຮວ່ານກ໊ຽມ ຖະໜົນຫ່າງໃຄ, ຖະໜົນຫ່າງບ່າຍ ແລະ ບໍລິເວນອະນຸສາວະລີ ຫຼີຖາຍໂຕ໋. ພິທີໄຂຈະດຳເນີນໃນຕອນຄ່ຳວັນທີ 2 ທັນວາ ເຊິ່ງແມ່ນການປະສານສົມທົບສະແດງຊຸດເສື້ອຍາວຂອງສາມພາກເໜືອ - ພາກກາງ - ພາກໃຕ້ຂອງ ຮ່າໂນ້ຍ - ເຫວ້  - ນະຄອນໂຮ່ຈີມິນ.  ທີ່ງານບຸນເສື້ອຍາວທ່ອງທ່ຽວ ຮ່າໂນ້ຍ  2022, ຄະນະຈັດຕັ້ງກໍ່ໄດ້ຈັດແຈງ 50 ຮ້ານວາງສະແດງ ບັນລຸມາດຕະຖານດ້ວຍສີສັນຫຼາກຫຼາຍ ຖືກຈັດສັນຢູ່ຕາມຖະໜົນ ດິງຕຽນຮວ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ