ຮ່າໂນ້ຍ ຈັດງານບຸນສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດຂອງບາງປະເທດ ອາຊີ

(VOVWORLD) - ທ່ານ ຫງວຽນງອັກກີ່, ປະທານສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ ຫວັງວ່າ ບັນດາການເຄື່ອນໄຫວສັນຕິພາບ, ມິດຕະພາບ ທີ່ສະຫະພັນບັນດາອົງການມິດຕະພາບ ຮ່າໂນ້ຍ ຈັດຂຶ້ນເປັນປະຈຳ...
ຮ່າໂນ້ຍ ຈັດງານບຸນສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດຂອງບາງປະເທດ ອາຊີ - ảnh 1ທ່ານ ຫງວຽນງອັກກີ່, ປະທານສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ ກ່າວຄຳເຫັນທີ່ງານບຸນ
(ພາບ: VOV)

ເນື່ອງໃນໂອກາດບຸນເຕັດປະຈຳຊາດຂອງບາງປະເທດ ອາຊີ, ຕອນຄ່ຳວັນທີ 21 ເມສາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ ໄດ້ສົມທົບກັບສະຖານທູດ 7 ປະເທດ ຈັດການພົບປະແລກປ່ຽນມິດຕະພາບສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດຂອງບັນດາປະເທດຄື: ອິນເດຍ, ບັງກະລາເທດ, ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ສີລັງກາ. ນະທີ່ນີ້, ທ່ານ ຫງວຽນງອັກກີ່, ປະທານສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ ຫວັງວ່າ ບັນດາການເຄື່ອນໄຫວສັນຕິພາບ, ມິດຕະພາບ ທີ່ສະຫະພັນບັນດາອົງການມິດຕະພາບ ຮ່າໂນ້ຍ ຈັດຂຶ້ນເປັນປະຈຳ, ຈະປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ຮັດແໜ້ນນ້ຳໃຈສາມັກຄີລະຫວ່າງປະຊາຊົນສອງປະເທດ ເວົ້າລວມ, ປະຊາຊົນນະຄອນຫຼວງ ຮ່າໂນ້ຍ ເວົ້າສະເພາະ ກັບປະຊາຊົນບັນດາປະເທດໃນໂລກ, ໃນນັ້ນ, ມີປະຊາຊົນບັນດາປະເທດ ອາຊີ ກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ