ຮ່າ​ໂນ້ຍ ປຸກ​ລະ​ດົ​ມ​ເດືອນ ເຄື່ອນ​ໄຫວ​ສູງ​ສຸດ “ເພື່ອ​ຄົນ​ທຸກ​ຍາກ” ແລະ ​ຊ່ວຍ​ໜູນ​​ສັງ​ຄົມ ປີ 2020

(VOVWORLD) -ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດິ່ງເຫວ້ ໄດ້ມອບເງິນໜູນຊ່ວຍໃຫ້ແກ່ 7 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນ; ປະກາດສະຫຼອງໂຄງການກໍ່ສ້າງ ເຮືອນແຫ່ງສາຍຈິດມິດໃຈຈຳນວນ 90 ຫຼັງ ມອບໃຫ້ຄອບຄົວທຸກຍາກ.

ຮ່າ​ໂນ້ຍ ປຸກ​ລະ​ດົ​ມ​ເດືອນ ເຄື່ອນ​ໄຫວ​ສູງ​ສຸດ “ເພື່ອ​ຄົນ​ທຸກ​ຍາກ” ແລະ ​ຊ່ວຍ​ໜູນ​​ສັງ​ຄົມ ປີ 2020 - ảnh 1ພິທີປຸກລະດົມ ເດືອນ ເຄື່ອນໄຫວສູງສຸດ “ເພື່ອຄົນທຸກຍາກ” ແລະ ຊ່ວຍໜູນສັງຄົມ ປີ 2020 (ພາບ: hanoimoi.com.vn)

ຕອນຄ່ຳວັນທີ 06 ຕຸລາ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ ໄດ້ຈັດພິທີປຸກລະດົມເດືອນເຄື່ອນໄຫວສູງສຸດ “ເພື່ອຄົນທຸກຍາກ” ແລະ ຊ່ວຍໜູນສັງຄົມ ປີ 2020. ຢູ່ເຫດການ, ທ່ານນາງ ຫງວຽນລານເຮືອງ ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນຮ່າໂນ້ຍ ໄດ້ຮຽກຮ້ອງໃຫ້ບັນດາຄະນະ, ຂະແໜງການທຸກຂັ້ນ, ພໍ່ແມ່ປະຊາຊົນ, ນັກຮົບ, ວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນ ເສີມຂະຫຍາຍມູນເຊື້ອຂອງຊາດຫວຽດນາມ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະເກີດໂລກລະບາດໂຄວິດ - 19, ສືບຕໍ່ຮ່ວມແຮງຮ່ວມໃຈຊ່ວຍເຫຼືອຄົນທຸກຍາກ, ສະໜັບສະໜູນກອງທຶນ “ເພື່ອຄົນທຸກຍາກ” ຂອງທຸກຂັ້ນ ແລະ ສະໜັບສະໜູນບັນດາໂຄງການຊ່ວຍໜູນສັງຄົມຂອງນະຄອນ ດ້ວຍຈິດໃຈສູງສຸດ, ປະຕິບັດທິດນຳ “ບໍ່ປະໃຫ້ຄົນທຸກຍາກຖືກຕົກຢູ່ທາງຫຼັງ”.

        ໃນ 9 ເດືອນຕົ້ນປີ 2020, ກອງທຶນ “ເພື່ອຄົນທຸກຍາກ” ນະຄອນຮ່າໂນ້ຍ ໄດ້ຮັບເງິນຈຳນວນກວ່າ 15 ຕື້ດົ່ງ. ດ້ວຍຈຳນວນເງິນທີ່ລະດົມມາໄດ້ນັ້ນ  ມີເຮືອນແຫ່ງມະຫາສາມັກຄີເກືອບ 400 ຫຼັງ ໄດ້ຮັບການກໍ່ສ້າງ; ຄອບຄົວທຸກຍາກນັບພັນຄອບຄົວໄດ້ຮັບການກູ້ຢືມເງິນທຶນ, ໄດ້ຮັບການໜູນຊ່ວຍດ້ານແນວພັນ, ພາຫະນະການຜະລິດ, ກວດ, ປິ່ນປົວພະຍາດ…

        ກໍທີ່ພິທີປຸກລະດົມ, ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດິ່ງເຫວ້ ໄດ້ມອບເງິນໜູນຊ່ວຍໃຫ້ແກ່ 7 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນນະຄອນ; ປະກາດສະຫຼອງໂຄງການກໍ່ສ້າງ ເຮືອນແຫ່ງສາຍຈິດມິດໃຈຈຳນວນ 90 ຫຼັງ ມອບໃຫ້ຄອບຄົວທຸກຍາກ.

 


ຕອບກັບ

ຂ່າວ/ບົດ​ອື່ນ