ຮ່າໂນ້ຍ ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ ສ. ເກົາຫຼີ ຮ່ວມມື, ລົງທຶນ

(VOVWORLD) - ຮ່າໂນ້ຍ ຈະສ້າງທຸກເງື່ອນໄຂໃຫ້ແກ່ວິສາຫະກິດຕ່າງປະເທດ, ໃນນັ້ນມີວິສາຫະກິດ ສ. ເກົາຫຼີ ພວມລົງທຶນຢູ່ນະຄອນ.
ຮ່າໂນ້ຍ ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ ສ. ເກົາຫຼີ ຮ່ວມມື, ລົງທຶນ - ảnh 1ທ່ານ ເຈິ່ນສີແທັງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບຄະນະນັກລົງທຶນ ສ ເກົາຫຼີ (ພາບ:Phương Anh/TTXVN)

ຕອນບ່າຍວັນທີ 13 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນສີແທັງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບທ່ານ Kim Jung In, ປະທານບໍລິສັດ SEIN I&D ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ເຈິ່ນສີແທັງ ຢັ້ງຢືນວ່າ: ຮ່າໂນ້ຍ ຈະສ້າງທຸກເງື່ອນໄຂໃຫ້ແກ່ວິສາຫະກິດຕ່າງປະເທດ, ໃນນັ້ນມີວິສາຫະກິດ ສ. ເກົາຫຼີ ພວມລົງທຶນຢູ່ນະຄອນ. ທ່ານ ເຈິ່ນສີແທັງ ກໍ່ໃຫ້ຮູ້ວ່າ: ນະຄອນສະໜັບສະໜູນທາງດ້ານແຜນນະໂຍບາຍໂຄງການລົງທຶນກ່ຽວກັບເຕັກໂນໂລຊີໜູນຊ່ວຍ, ເຕັກໂນໂລຊີສູງຂອງບໍລິສັດຢູ່ ຫວຽດນາມ ກໍ່ຄືກຳນົດທິດເປີດກ້ວາງການລົງທຶນຢູ່ ຮ່າໂນ້ຍ.

        ແລະກໍ່ໃນຕອນບ່າຍວັນທີ 13 ກັນຍາ, ທ່ານ ເຈິ່ນສີແທັງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ກໍ່ໄດ້ຕ້ອນຮັບທ່ານ An Kuk Jin, ປະທານບໍລິສັດພັດທະນາ THT ຈຳກັດ ແລະ ບໍລິສັດ Daewoo E&C ຈຳກັດ. ທີ່ການຕ້ອນຮັບ, ທ່ານ ເຈິ່ນສີແທັງ ກໍ່ຊີ້ແຈ້ງວ່າ ຮ່າໂນ້ຍ ມີການກຳນົດທິດພັດທະນາເຂດຕົວເມືອງໃນອະນາຄົດ ແລະ ຫວັງວ່າ ບັນດາວິສາຫະກິດຈະສືບຕໍ່ມີຫຼາຍໂຄງການລົງທຶນຢູ່ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ