ຮ່າໂນ້ຍ ຮັບເອົາກຳຄຳເຫັນປະກອບໃສ່ຮ່າງເອກະສານກອງປະຊຸມໃຫຍ່ອົງຄະນະພັກນະຄອນ
(VOVWORLD) - ຕອນເຊົ້າວັນທີ 18 ກໍລະກົດ, ຄະນະພັກນະຄອນ ຮ່າໂນ້ຍ ໄດ້ຈັດກອງປະຊຸມຮັບເອົາຄຳເຫັນຈາກຜູ້ແທນຜູ້ມີຍົດສັກຕຳແໜ່ງທາງສາສະໜາ, ນັກສິລະປິນສິລະປະກອນ, ບັນດານັກວິທະຍາສາດ, ເລຂາຄະນະພັກ, ຜູ້ອຳນວຍການໂຮງຮຽນ, ປະທານສະພາບັນດາມະຫາວິທະຍາໄລ , ວິທະຍາໄລ, ສະຖາບັນໃນບໍລິເວນນະຄອນ ປະກອບໃສ່ຮ່າງເອກະສານກອງປະຊຸມໃຫຍ່ XVIII ອົງຄະນະພັກນະຄອນ ຮ່າໂນ້ຍ, ອາຍຸການ 2025 – 2030.
ທ່ານສຈ.ປອ ເລແອັງຕວັນ, ເລຂາຄະນະພັກມະຫາວິທະຍາໄລ ສັບພະວິຊາ, ປະທານສະພາມະຫາວິທະຍາໄລສັບພະວິຊາ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV1) |
ໃນກອງປະຊຸມ, ຜູ້ແທນສ່ວນຫຼາຍມີຄວາມເຫັນດີເຫັນພ້ອມຕໍ່ຮ່າງເອກະສານຂອງນະຄອນ ເມື່ອໝູນໃຊ້ມະຕິບຸກທະລຸ 04 ສະບັບໃນເງື່ອນໄຂຕົວຈິງຂອງ ຮ່າໂນ້ຍ. ທ່ານສຈ.ປອ ເລແອັງຕວັນ, ເລຂາຄະນະພັກມະຫາວິທະຍາໄລ ສັບພະວິຊາ, ປະທານສະພາມະຫາວິທະຍາໄລສັບພະວິຊາ, ສະເໜີວ່າ:
“ເລື່ອງດຶງດູດຜູ້ມີຄວາມເກັ່ງກ້າສາມາດ, ມີລະດັບຄວາມຮູ້ສູງມາເຮັດວຽກຢູ່ຮ່າໂນ້ຍນີ້ ແມ່ນຕ້ອງຕິດພັນກັບລະບົບນິເວດນະວັດຕະກຳ, ລວມມີເຂດອຸດສາຫະກຳເຕັກໂນໂລຢີສູງ, ຫ້ອງທົດລອງແຫ່ງຊາດ, ສູນຄົ້ນຄວ້າທີ່ກ້າວໜ້າ, ຮາກຖານການສຶກສາຂັ້ນມະຫາວິທະຍາໄລແຖວໜ້າ, ກອງທຶນພັດທະນາວິທະຍາສາດເຕັກໂນໂລຢີ, ກອງເງິນລົງທຶນ… ນີ້ແມ່ນລະບົບນິເວດເພື່ອດຶງດູດຜູ້ມີຄວາມເກັ່ງກ້າສາມາດ”.
ບັນດາຜູ້ແທນກໍຕີລາຄາສູງ ແລະ ເຫັນດີຕໍ່ຮ່າງເອກະສານໃນການກຳນົດ 5 ຂົງເຂດບຸລິມະສິດຂອງ ຮ່າໂນ້ຍ ໃນໄລຍະ 2025 – 2030 ນັ້ນແມ່ນ: ລົງທຶນພື້ນຖານໂຄງລ່າງຄົມມະນາຄົມ; ວັດທະນະທຳ, ການສຶກສາ; ພັດທະນາພື້ນຖານໂຄງລ່າງອຸດສາຫະກຳເຕັກໂນໂລຢີຂໍ້ມູນຂ່າວສານ, ອຸດສາຫະກຳເຕັກໂນໂລຢີດີຈີຕອນ, ປົກປັກຮັກສາສິ່ງແວດລ້ອມ; ແກ້ໄຂຈຸດອຸດຕັນ, ຂໍ້ຕິດຄັດ ເພື່ອນຳບັນດາໂຄງການທີ່ຊັກຊ້າ ໄດ້ຮັບການຈັດຕັ້ງຜັນຂະຫຍາຍນຳເຂົ້າເຄື່ອນໄຫວ; ດຶງດູດນັກລົງທຶນເຂົ້າບັນດາເຂດອຸດສາຫະກຳສູງ.