ຮ່າໂນ້ຍ ແມ່ນ “ແດນສະຫວັນກ່ຽວກັບອາຫານການກິນ” ຢູ່ ອາຊີ - ປາຊີຟິກ

(VOVWORLD) - ຕາມ ແວບໄຊ Booking ແລ້ວ, ລາຍຊື່ຂອງບັນດາສະຖານທີ່ທ່ອງທ່ຽວນີ້ແມ່ນອີງໃສ່ມາດຖານຕ່າງໆຄື: ສະຖານທີ່ລືຊື່, ແຂກທ່ອງທ່ຽວສາກົນມາຫາໄດ້ງ່າຍ

Booking, ແວບໄຊການທ່ອງທ່ຽວອອນລາຍ ທີ່ໃຫ້ການບໍລິການສັ່ງຈ່ອງ, ມີສຳນັກງານຕັ້ງຢູ່ ໂຮນລັງ, ຫາກໍ່ປະກາດ 5 ສະຖານທີ່ທ່ອງທ່ຽວເຊິ່ງໄດ້ຮັບຖືວ່າ ແມ່ນ “ແກ້ວມະນີ” ຂອງອາຫານການກິນຢູ່ ອາຊີ - ປາຊີຟິກ, ໃນນັ້ນມີ ນະຄອນຫຼວງ ຮ່າໂນ້ຍ ພ້ອມກັບ ເຊີອູນ (ປະເທດ ສ ເກົາຫຼີ), ໂຕກຽວ (ຍີ່ປຸ່ນ), ສິງກະໂປ ແລະ ກາວຊູງ (ເກາະ ໄຕ້ຫວັນ, ປະເທດ ຈີນ).  ບໍ່ພຽງແຕ່ມີຊື່ສຽງດ້ວຍບັນດາເຍື່ອງອາຫານຕາມທ້ອງຖະໜົນເທົ່ານັ້ນ, ຮ່າໂນ້ຍ ຍັງມີຮ້ານອາຫານ Michelin 3 ແຫ່ງອີກດ້ວຍ.

        ຕາມ ແວບໄຊ Booking ແລ້ວ, ລາຍຊື່ຂອງບັນດາສະຖານທີ່ທ່ອງທ່ຽວນີ້ແມ່ນອີງໃສ່ມາດຖານຕ່າງໆຄື: ສະຖານທີ່ລືຊື່, ແຂກທ່ອງທ່ຽວສາກົນມາຫາໄດ້ງ່າຍ, ພື້ນຖານອາຫານການກິນ ແລະ ວັດທະນະທຳທີ່ອຸດົມສົມບູນ, ແຂກທ່ອງທ່ຽວ ແລະ ນັກຊ່ຽວຊານ ໄດ້ເລືອກເຟັ້ນ ແລະ ມີຂໍ້ສັງເກດຕີລາຄາຕັ້ງໜ້າຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ