ຮ່າ​ໂນ້ຍ​ຈະ​ຄັດ​ເລືອກ​ຜ​ະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ຊົນ​ນະ​ບົດ​ທີ່​ດີ​ເດັ່ນ

(VOVWORLD) - ນະຄອນຮ່າໂນ້ຍ ຫາກໍ່ປະກາດແຜນການ ກ່ຽວກັບການປະຕິບັດການຄັດເລືອກ ຜະລິດຕະພັນອຸດສາຫະກຳຊົນນະບົດທີ່ດີເດັ່ນນະຄອນຮ່າໂນ້ຍ ປີ 2021.
ຮ່າ​ໂນ້ຍ​ຈະ​ຄັດ​ເລືອກ​ຜ​ະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ຊົນ​ນະ​ບົດ​ທີ່​ດີ​ເດັ່ນ - ảnh 1

(ພາບປະກອບ)

    ການຄັດເລືອກເພື່ອແນໃສ່ຄົ້ນພົບ ແລະ ເຊີດຊູບັນດາຜະລິດຕະພັນທີ່ມີຄຸນນະພາບ, ຄຸນຄ່ານຳໃຊ້ສູງ, ມີຄວາມສາມາດບົ່ມຊ້ອນ ໃນການພັດທະນາການຜະລິດ, ເປີດກ້ວາງຕະຫຼາດ, ຕອບສະໜອງຄວາມນິຍົມຂອງຜູ້ບໍລິໂພກຢູ່ພາຍໃນ ແລະ ຕ່າງປະເທດເພື່ອມີແຜນການໜູນຊ່ວຍການຜະລິດ ແລະ ສົ່ງເສີມການຄ້າ, ປະກອບສ່ວນຊຸກຍູ້ ອຸດສາຫະກຳຊົນນະບົດນະຄອນພັດທະນາ; ຄັດເລືອກບັນດາຜະລິດຕະພັນຊົນນະບົດດີເດັ່ນຂັ້ນນະຄອນ ເຂົ້າຮ່ວມການຄັດເລືອກຜະລິດຕະພັນ ອຸດສາຫະກຳຊົນນະບົດດີເດັ່ນຂັ້ນພາກພື້ນ. ຕາມນັ້ນແລ້ວ, ຄະນະກຳມະການ ປຊຊ ນະຄອນຮ່າໂນ້ຍ ໄດ້ມອບໜ້າທີ່ໃຫ້ພະແນກອຸດສາຫະກຳການຄ້າ ແນະນຳໃຫ້ບັນດາຄະນະກຳມະການ ປຊຊ ບັນດາເມືອງ, ເທດສະບານຕາແສງ ເພື່ອສ້າງແຜນການ ແລະ ຈັດຕັ້ງການປະຕິບັດການຄັດເລືອກຜະລິດຕະພັນ ອຸດສາຫະກຳຊົນນະບົດດີເດັ່ນຂັ້ນເມືອງ….

ຕອບກັບ

ຂ່າວ/ບົດ​ອື່ນ