ຮ່າໂນ້ຍຈະດຶງດູດແຂກທ່ອງທ່ຽວສາກົນເກືອບ3,8ລ້ານເທື່ອຄົນໃນປີ2016

ຮ່າໂນ້ຍຈະດຶງດູດແຂກທ່ອງທ່ຽວສາກົນເກືອບ3,8ລ້ານເທື່ອຄົນໃນປີ2016 - ảnh 1
(ພາບປະກອບ)

(vovworld) - ປີ 2016, ຮ່າ​ໂນ້ຍ ຈະສູ້​ຊົນ​ດຶງ​ດູດ​ຈຳນວນ​ແຂກ​ທ່ອງ​ທ່ຽວ​​ມາ​ນະຄອນຫລວງ​​ໃຫ້​ໄດ້ເກືອບ 21,2 ລ້ານ​ເທື່ອ​ຄົນ, ​ໃນ​ນັ້ນ ​ແຂກ​ທ່ອງ​ທ່ຽວ​ສາກົນ​ບັນລຸ​ເກືອບ 3,8 ລ້ານ​ເທື່ອ​ຄົນ, ​ເພີ່ມຂຶ້ນ​ 12%. ​ເພື່ອ​ບັນລຸ​ໄດ້​ຄາດໝາຍ​ທີ່​ໄດ້​ວາງ​ອອກ, ຮ່າ​ໂນ້ຍ ​ເອົາ​ໃຈ​ໃສ່​ປະຕິບັດ​ວຽກ​ງານ​ສ້າງ​ແຜນຜັງ, ​ແຜນການ, ການ​ລົງທຶນ​ພັດທະນາ​ຜະລິດ​ຕະພັນ​ການທ່ອງທ່ຽວ, ພ້ອມ​ທັງ ຮຽກຮ້ອງ​ໃຫ້​ນັກ​ລົງທຶນ​ຍຸດ​ທະ​ສາດ​ເຂົ້າ​ຮ່ວມ​ພັດທະນາ​ການທ່ອງທ່ຽວ​ໃນ​ເຂດ​ໜອງ ​ໂຮ່​ໄຕ, ​ແມ່​ນ້ຳ​ແດງ ​ແລະ 2 ​ຝັ່ງ​ແມ່​ນ້ຳ​ແດງ ​ເພື່ອ​ກໍ່ສ້າງ​ເຂດ​ທ່ອງ​ທ່ຽວ​ພິ​ເສດ​ຢູ່​ເມືອງ ດົງ​ແອ​ງ. ວຽກ​ງານ​ໂຄສະນາ, ສົ່ງ​ເສີມ​ການທ່ອງທ່ຽວ​ໄດ້​ຮັບ​ການ​ປະຕິບັດ ​ໂດຍຜ່ານ​ການ​ສົມທົບ​ກັບ​ບັນດາ​ສະຖານທູດ, ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ​ໃນ​ບໍລິ​ເວນ ຮ່າ​ໂນ້ຍ ​ເພື່ອ​ເຊື່ອມ​ຕໍ່, ​ແນະນຳ​ໂຄສະນາ, ຮ່ວມ​ມືກັບ​ພັດທະນາ​ການທ່ອງທ່ຽວ​ຢູ່​ຕະຫລາດ​ສາກົນ ​ແລະ ກົງກັນຂ້າມ. ນະຄອນ ຮ່າ​​ໂນ້ຍ ​ເປີດ​ກ້ວາງ​ຕະຫລາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ພາກ​ພື້ນ ​ແລະ ສາກົນ, ​ເພີ່ມ​ທະວີ​​ການໂຄສະນາ, ການຮ່ວມ​ມື, ​ການເຜີຍ​ແຜ່, ການສົ່ງ​ເສີມ ​ແລະ ການ​ຮ່ວມ​ສຳພັນສະຖານ​ທີ່​ທ່ອງ​ທ່ຽວຢູ່ ຮ່າ​ໂນ້ຍ ກັບ​ບັນດາ​ຕະຫລາດ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ; ຈັດ​ຕັ້ງ​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ​ທ່ອງ​ທ່ຽວ​ສາກົນ, ສຸມ​ໃສ່​ເຂົ້າ​ບັນດາ​ຕະຫລາດ ຝະລັ່ງ, ອັງກິດ, ອາ​ເມ​ລິ​ກາ, ​ເຢຍລະ​ມັນ, ຈີນ, ຍີ່ປຸ່ນ, ສ.​ເກົາ​ຫລີ, ອິນ​ໂດ​ເນ​ເຊຍ.

ຂ່າວ/ບົດ​ອື່ນ