ຮ່າໂນ້ຍຍ້ອງຍໍຜູ້ເສັງໄດ້ຄະແນນສູງສຸດປີ 2016

ຮ່າໂນ້ຍຍ້ອງຍໍຜູ້ເສັງໄດ້ຄະແນນສູງສຸດປີ 2016 - ảnh 1
(ພ​ິ​ທີຍ້ອງຍໍຜູ້ເສັງໄດ້ຄະແນນສູງສຸດປີ 2016)

(vovworld) - ຕອນ​ຄຳ່​ວັນທີ 28/8, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ໄດ້ຈັດພິທີຍ້ອງຍໍບັນດານັກສຶກສາ​ເສັງຈົບມະຫາວິທະ ຍາໄລ, ສະ​ຖາ​ບັນ​ຕ່າງໆ​ໃນ​ບໍລິ​ເວນ​ໄດ້​ຮັບຄະແນນ​ສູງ​ສຸດປີ 2016. ທີ່​ພິທີ, ນັກ​ສຶກສາສອບ​ເສັງ​ໄດ້​ທີ່​ໜຶ່ງ 100 ຄົນ​ເປັນ​ກຽດ​ໄດ້​ຮັບ​ໃບ​ຍ້ອງຍໍ, ຂັນ​ທີ່​ເປັນ​ສັນຍາ​ລັກ ​ແລະ ຂອງຂວັນ​ຂອງຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ. ນີ້​ແມ່ນ​ບັນດາ​ນັກ​ສຶກສາ​ທີ່​ດີ​ເດັ່ນ, ​ເຊິ່ງ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ໃນ​ຈຳນວນ​ນັກ​ສຶກສາ​ນັບ​ໝື່ນ​ຄົນ​ທີ່​ເສັງ​ຈົບມະຫາວິທະຍາໄລ, ສະ​ຖາ​ບັນ​ຕ່າງໆ​​ໃນ​ປີ​ນີ້. ປີ 2016 ​ແມ່ນ​ປີ​ທີ 14 ຢ່າງ​ລຽນຕິດທີ່​ນະຄອນຫຼວງ ຮ່າ​ໂນ້ຍຈັດ​ຕັ້ງ​ການຍ້ອງຍໍບັນດານັກສຶກສາທີ່​ເສັງຈົບມະຫາວິທະຍາໄລ, ສະ​ຖາ​ບັນ​ຕ່າງໆ​ໃນ​ບໍລິ​ເວນນະຄອນ. ພາຍຫຼັງ 14 ປີ, ມີ ນັກ​ສຶກສາສອບ​ເສັງ​ໄດ້​ທີ່​ໜຶ່ງ 1.500 ກວ່າຄົນໄດ້​ຮັບ​ໃບ​ຍ້ອງຍໍຂອງຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ຮ່າ​ໂນ້ຍ. ​ໃນ​ຈຳນວນ​ດັ່ງກ່າວ, ມີ​ຫຼາຍ​ຄົນ​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ພາລະກິດ, ​ແລະ ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ໃຫ້​ແກ່​ນະຄອນຫຼວງ​ ຮ່າ​ໂນ້ຍ ​ແລະ ປະ​ເທດ​ຊາດ.

 

 

 

ຂ່າວ/ບົດ​ອື່ນ