ຮ່າ​ໂນ້ຍນອນ​ໃນ Top 50 ນະ​ຄອນສວຍງາມ​ທີ່​ສຸດ​ໃນ​ໂລກ

(VOVWORLD) -ໃນບັນຊີລາຍຊື່ດັ່ງກ່າວ, ອັນດັບທີ 1 ແມ່ນ ນະຄອນຫຼວງ ປາຣີ (ຝລັ່ງ). ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ນອກຈາກຮ່າໂນ້ຍແລ້ວ ຍັງມີ ບາງກອກ (ໄທ), ສິງກະໂປ ອີກດ້ວຍ.

Flight Network, ໂດຍແມ່ນໜຶ່ງໃນບັນດາບໍລິສັດການທ່ອງທ່ຽວທາງເຄືອຂ່າຍອິນເຕີແນັດ ແຖວໜ້າຂອງ ການາດາ, ຫາກໍ່ຍົກອອກການຄັດເລືອກກ່ຽວກັບ 50 ນະຄອນສວຍງາມທີ່ສຸດໃນໂລກ, ໃນນັ້ນມີ ຮ່າໂນ້ຍ. ເພື່ອມີໝາກຜົນດັ່ງກ່າວ, Flight Networkໄດ້ ລົງສຳຫຼວດ ບໍລິສັດການທ່ອງທ່ຽວ ກ່ວາ 1000 ແຫ່ງ, ນັກປະພັນ, ນັກຂຽນ ກ່ຽວກັບການທ່ອງທ່ຽວໃນສື່ສັງຄົມອອນລາຍ.

        ໃນບັນຊີລາຍຊື່ນີ້, ຮ່າໂນ້ຍຢືນຢູ່ອັນດັບທີ 37. ຕາມການຕີລາຄາຂອງ Flight Networkແລ້ວ, ຮ່າໂນ້ຍເປັນສະຖານທີ່ມີຄວາມດຶງດູດໃຈຍ້ອນວ່າມີ ໜອງຫຼາຍແຫ່ງ, ມີການປະສົມປະສານກັນລະຫວ່າງ ສະຖາປັດຕະຍາກຳ ຂອງ ຝລັ່ງ ແລະ ຫວຽດນາມ ພ້ອມກັບຄຸ້ມເມືອງເກົ່າທີ່ເປັນເອກະລັກສະເພາະ… ນອກຈາກນັ້ນ, ອາຫານການກິນທີ່ອຸດົມສົມບຸນຂອງຮ່າໂນ້ຍກໍ່ມີຄວາມດຶງດູດໃຈ…ເຖິງວ່າ ມີການປ່ຽນແປງໃໝ່ ແລະ ພວມຢູ່ໃນທາພັດທະນາຢ່າງແຮງກໍ່ຕາມ ແຕ່ຮ່າໂນ້ຍກໍ່ຍັງແມ່ນໜຶ່ງໃນຈຳນວນນະຄອນສວຍງາມຢ່າງແທ້ຈິງຢູ່ ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ