ຮ່າໂນ້ຍມີປູຊະນີຍະສະຖານແຫ່ງຊາດພິເສດຕື່ມອີກ5ແຫ່ງ

ຮ່າໂນ້ຍມີປູຊະນີຍະສະຖານແຫ່ງຊາດພິເສດຕື່ມອີກ5ແຫ່ງ - ảnh 1
ຮອງນາຍົກລັດຖະມົນຕີ ຫວູດຶກດາມ ມອບໃບຢັ້ງຢືນໃຫ້ຜູ້ຕາງໜ້ານະຄອນ ຮ່າໂນ້ຍ
(ພາບ: VGP/Minh Khôi)

(vovworld) –  ຕອນ​ຄຳ່​ວັນ 22/2, ນະຄອນ ​ຮ່າ​ໂນ້ຍ​ໄດ້​ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ໃບ​ຢັ້ງຢືນ 5 ປູ​ຊະນີ​ຍະສະ​ຖານ​ແຫ່ງ​ຊາດ​ພິ​ເສດ. 5 ປູ​ຊະນີ​ຍະສະ​ຖານ​ນີ້​ລວມມີ: ປູ​ຊະນີ​ຍະສະ​ຖານ​ປະຫວັດສາດ ​ແລະ ທັດສະນີ​ຍະ​ພາບ​ໜອງ ຮ່ວານ​ກ໋ຽມ ​ແລະ ວິຫານ ງອກ​ເຊີນ ຢູ່​ເມືອງ ຮ່ວານ​ກ໋ຽມ, ປູ​ຊະນີ​ຍະສະ​ຖານ​ປະຫວັດສາດ​ວິຫານ 2 ພະນາ​ງ​ຈຶງ (​ເມືອງ​ເມ​ລີງ) ປູ​ຊະນີ​ຍະສະ​ຖານປະຫວັດສາດ​ວິຫານ ຮາດ​ມົນ (​ເມືອງ ຟຸກທໍ້), ປູ​ຊະນີ​ຍະສະ​ຖານ​ປະຫວັດສາດ​ ​ແລະ ສະຖາປັດຕະຍາ​ກຳ​ສີ​ລະ​ປະ​ກຳວິຫານ ຟູ່ດົ໊ງ (​ເມືອງ​ຢາ​ເລີມ), ປູ​ຊະນີ​ຍະສະ​ຖານສະຖາປັດຕະຍາ​ກຳ​ສີ​ລະ​ປະກຳ ສາລາ ​ໄຕ​ດັ່ງ (​ເມືອງ​ບາ​ວີ່). ພາຍຫຼັງ​ພິທີ​ປະກາດ​ຂໍ້ຕົກລົງ​ຂອງ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ເລື່ອງ​ຢັ້ງຢືນ​ປູ​ຊະນີ​ຍະສະ​ຖານ​ແຫ່ງ​ຊາດ​ພິ​ເສດ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໄດ້​ມອບ​ໃບ​ຢັ້ງຢືນ​ໃຫ້​ຜູ້ຕາງໜ້າ​ຫົວໜ່ວຍ​ມີ​ປູ​ຊະນີ​ຍະສະ​ຖານ​​ພິ​ເສດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ ຫງວຽນ​ທິບີ​ກງອກ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະ​ຄອນ ຮ່າ​ໂນ້ຍ, ຊີ້​​ແຈ້ງວ່າ:

    “ນະຄອນ ຮ່າ​ໂນ້ຍ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ອະນຸລັກ​ຮັກສາ, ບູລະນະ​ປະຕິສັງຂອນ ​ແລະ ​ເສີ​ມຂະ​ຫຍາ​ຍຄຸນຄ່າ​ຂອງ​ບັນດາ​ປູ​ສະ​ນີຍະສະ​ຖານ, ມໍລະດົກ ​ໃນ​ບໍລິ​ເວນ​ນະຄອນ ຮ່າ​ໂນ້ຍ​ໃຫ້​ດີ​ກ່ວາ​ອີກ, ​ໃນ​ນັ້ນມີປູ​ສະ​ນີຍະສະ​ຖານ​ແຫ່ງ​ຊາດ​ພິ​ເສດ 5 ​ແຫ່ງ ທີ່​ລັດຖະບານ​ຕົກລົງ​ຮັບ​ຮອງ. ພ້ອມ​ກັນ​ນັ້ນ, ​ເພື່ອ​ໃຫ້ປູ​ສະ​ນີຍະສະ​ຖານ, ມໍລະດົກ ຂອງ​ນະຄອນ ຮ່າ​ໂນ້ຍ ຍື່ນ​ຍົງ​ຄົງ​ຕົວ​ກັບ​ການ​ເວລາ, ນະ​ຄອນ ຮ່າ​ໂນ້ຍ ປາດ​ຖະໜາ​ວ່າ​ຈະໄດ້​ຮັບ​ການ​ໜູນ​ຊ່ວຍ​ຕັ້ງໜ້າ​ຂອງ​ບັນດາ​ຂະ​ແໜງ​ການ, ຂັ້ນຕ່າງໆ, ຂອງ​ພໍ່​ແມ່​ປະຊາຊົນ​ນະຄອນຫຼວງ ​ແລະ ທົ່ວ​ປະ​ເທດ ພ້ອມ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ​ເພື່ອນ​ມິດສາ​ກົນ ​ເອົາ​ໃຈ​ໃສ່, ຮັກສາ ​ແລະ ສະໜັບສະໜູນ​ກ່ວາ​ອີກ.”

    ມາ​ຮອດ​ປະຈຸ​ບັນ, ນະ​ຄອນ ຮ່າ​ໂນ້ຍ ມີປູ​ສະ​ນີຍະສະ​ຖານ​ແຫ່ງ​ຊາດ​ພິ​ເສດທັງ​ໝົດ 9 ​ແຫ່ງ.

ຂ່າວ/ບົດ​ອື່ນ