ຮ່າ​ໂນ້ຍ​ເພີ່ມ​ທະ​ວີ​ການ​ສົ່ງ​ເສີມ​ການ​ຄ້າ​ຜ່ານ​ເດືອນໂປຼ​ໂມ​ສັນ 2022

(VOVWORLD) -  ເດືອນ ໂປຼໂມສັນ ຮ່າໂນ້ຍ ດຳເນີນໃນເດືອນພະຈິກ, ລວມມີບັນດາເຫດການພົ້ນເດັ່ນຢູ່ສະຖານທີ່ໂປຼໂມສັນ 1000 ແຫ່ງຂອງລະບົບຮ້ານຂາຍເຄື່ອງ ແລະ ສະຖານທີ່ຄຳໂປຼໂມສັນ 50 ແຫ່ງຂຶ້ນກັບບັນດາວິສາຫະກິດ, ຫົວໜ່ວຍຜະລິດດຳເນີນທຸລະກິດຢູ່ທຸກພາກສ່ວນເສດຖະກິດ.

ຮ່າ​ໂນ້ຍ​ເພີ່ມ​ທະ​ວີ​ການ​ສົ່ງ​ເສີມ​ການ​ຄ້າ​ຜ່ານ​ເດືອນໂປຼ​ໂມ​ສັນ 2022 - ảnh 1ບັນດາພະລິດຕະພັນເຂົ້າຮ່ວມລາຍການ (ພາບ: TTXVN)

 

 
 

ບັນດາເຫດການໂປຼໂມສັນ ພົ້ນເດັ່ນໃນເດືອນ ໂປຼໂມສັນຮ່າໂນ້ຍ 2022 ລວມມີ: ເຫດການ “HaNoi Mega Sale” ທີ່ໄດ້ດຳເນີນແຕ່ວັນທີ 4 – 8 ພະຈິກ ຢູ່ ອາພະເມັ້ນ Times City (ເລກທີ 458, ຖະໜົນມິງຄາຍ, ເມືອງຫາຍບ່າຈຶງ, ຮ່າໂນ້ຍ). ດ້ວຍຂອບຂະໜາດ ຮ້ານວາງສະແດງຂາຍຢ່າງອຸດົມສົມບຸນ 100 ແຫ່ງ ຢູ່ບັນດາຂົງເຂດຄື ແຟຊັ່ນ, ເຄື່ອງສຳອາງ, ເຄື່ອງໃຊ້ສອຍ, ຜະລິດຕະພັນຂອງ ໂຄງການ ໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP), ເຫດການ “ວັນຄຳ ໂປຼໂມສັນ” ໄດ້ດຳເນີນແຕ່ວັນທີ 12 – 13 ພະຈິກ ຢູ່ ສະຖານທີ່ຄຳ 50 ແຫ່ງ. ທ່ານ ຫງວຽນກວາງດຶກ, ຜູ້ອຳນວຍການຝ່າຍ Marketing ລະບົບຮ້າຍສັບພະສິນຄ້າໃຊ້ໄຟຟ້າເອເລັກໂຕນິກ PICO ໃຫ້ຮູ້ວ່າ:

        ພວກຂ້າພະເຈົ້າໄດ້ເຮັດວຽກກັບບາງນັກສະໜອງເພື່ອກະກຽມສິນຄ້າຢ່າງຄົບຖ້ວນ ແລະ ຂໍການອຸປະຖຳຈາກບັນດາບໍລິສັດ ກໍ່ຄືງົບປະມານຂອງຕົນ ເພື່ອຮັບປະກັນລະດັບໂປຼໂມສັນສະເລ່ຍແຕ່ 20 - 30% ໃຫ້ແກ່ບັນດາຜະລິດຕະພັນທີ່ໄດ້ວາງສະແດງຂາຍຢູ່ ຮ້ານສັບພະສິນຄ້າ PICO. ນອກຈາກນັ້ນ, ໃນບັນດາລາຍການວັນຄຳ, ຊົ່ວໂມງຄຳ ຫຼື ລາຍການ ໂປຼໂມສັນ ພິເສດໃນເດືອນ ໂປຼໂມສັນ ຮ່າໂນ້ຍ, PICO ກໍ່ມີຜະລິດຕະພັນບາງຮູບແບບທີ່ວາງຂາຍດ້ວຍການຫຼຸດລາຄາ 50 - 60%.

ຕອບກັບ

ຂ່າວ/ບົດ​ອື່ນ