ຮ່ຳຮຽນ ແລະ ເຮັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນໃນການກະທຳ, ວຽກງານປະຈຳວັນແຕ່ລະຢ່າງ

ຮ່ຳຮຽນ ແລະ ເຮັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນໃນການກະທຳ, ວຽກງານປະຈຳວັນແຕ່ລະຢ່າງ - ảnh 1
ທ່ານ​ເລ​ຮົ່ງ​ແອ​ງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ.
(ພາບ: baomoi)

(vovworld)- ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສະຫຼຸບ 3 ປີ​ແຫ່ງ​ການ​ຜັນ​ຂະ​ຫຍາ​ຍຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ​ເຮັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມິນ ຊຶ່ງ​ດຳ​ເນີນ​ໃນ​ວັນ​ທີ 6/5 ຢູ່​ຮ່າ​​ໂນ້ຍ, ທ່ານ​ເລ​ຮົ່ງ​ແອ​ງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດນາມ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ໝາກຜົນ​ທີ່​ອົງຄະ​ນະພັກກຸ່ມ​ວິ​ສາ​ຫະກິດ​ສູນ​ກາງບັນລຸ​ມາ​ໄດ້, ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ໝູ່​ຄະນະ, ສ່ວນ​ບຸກຄົນທີ່​ດີ​ເດັ່ນ​ໃນ​ການ​ຮ່ຳຮຽນ ​ແລະ ​ເຮັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມິນ​ໃນ 3 ປີ​ທີ່​ຜ່ານ​ມາ. ທ່ານ​ເລ​ຮົ່ງ​ແອ​ງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດນາມ ​ເນັ້ນ​ໜັກ​ວ່າ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ຄະນະ​ພັກ​ຂັ້ນ​ຕ່າງໆ ​ແລະ ການ​ນຳ​ບັນດາ​ວິ​ສາ​ຫະກິດ,​ ຫົວໜ່ວຍ​ຕ່າງໆ​ຄວນ​ກຳນົດ​​ແຈ້ງ​ໜ້າ​ທີ່​ການ​ຊີ້​ນຳ​ນຳພາ, ຈັດ​ຕັ້ງ​ປະຕິບັດຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ; ສືບ​ຕໍ່​ຊາບ​ຊຶມ​ຄວາມ​ສຳຄັນ​ຂອງ​ການ​ຮ່ຳຮຽນ ​ແລະ ​ເຮັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມິນ.

ຂ່າວ/ບົດ​ອື່ນ