ຮຽກຮ້ອງຈີນເຄົາລົບກົດໝາຍສາກົນ, ຖອນຮ້ານ ເຈາະນ້ຳມັນ ແລະ ກຳປັ່ນ ຄຸ້ມຊູອອກຈາກເຂດທະເລຂອງຫວຽດນາມ

ຮຽກຮ້ອງຈີນເຄົາລົບກົດໝາຍສາກົນ, ຖອນຮ້ານ ເຈາະນ້ຳມັນ ແລະ ກຳປັ່ນ ຄຸ້ມຊູອອກຈາກເຂດທະເລຂອງຫວຽດນາມ - ảnh 1
ຊາວຫວຽດນາມ ຄັດຄ້ານກະທຳຜິດກົດໝາຍຂອງຈີນ
ພາບ:dantri.com.vn

(vovworld)-ຕໍ່ຫນ້າ​​ເລື່ອງ​ຈີນ​ນຳ​ຮ້ານ​ເຈາະ​ນ້ຳມັນ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ເຂດ​ທະ​ເລ​ຂອງ​ຫວຽດນາມ ​ໂດຍ​ບໍ່​ຫົວຊາ​ຕໍ່​ກົດໝາຍ​ສາກົນ, ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ, ວັນ​ທີ 13/5,  ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ​ແລະ ສະຫະພັນ​ແມ່ຍິງ ຫວຽດນາມ ​ໄດ້​ອອກ​ຖະ​ແຫລ​ງການ ຄັດຄ້ານ​ການ​ກະທຳ​ທີ່​ຜິດພາດຂອງ​ຈີນ. ສະມາຄົມ​ນັກຮົບ​ເກົ່າ ຫວຽດນາມ ຮຽກຮ້ອງ​ຝ່າຍ​ຈີນ ຈົ່ງ​ຢຸດຕິ​ທຸກ​ການ​ເຄື່ອນ​ໄຫວ​ທີ່​ຜິດ​ກົດໝາຍ ​ແລະ ຖອນ​ຮ້ານ​ເຈາະ​ນ້ຳມັນ ພ້ອມ​ກັບ​ບັນດາ​ກຳ​ປັ່ນ​ອອກ​ຈາກ​ເຂດ​ທະ​ເລ​ຂອງ​ຫວຽດນາມ ບໍ່​ໃຫ້​ການ​ກະທຳ​ຄ້າຍຄື​ກັນເກີດ​ຂຶ້ນ​ອີກ​ໃນ​ອະນາຄົດ.

ບັນດາ​ສະມາຄົມ​ອອກສຽງ​ຄັດຄ້ານ​ການ​ກະທຳ​ຜິດ​ກົດໝາຍ​ຂອງ​ຈີນ

 ​ຕໍ່ໜ້າ​ການ​ກະທຳ​ຜິດ​ກົດ​ໝາຍ​ຂອງ ຈີນ, ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ສະມາຄົມ​ມິດຕະພາບ ຫວຽດນາມ - ຈີນ ສັງ​ກັດ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໄດ້​ສົ່ງ​ສານ​ດ່ວນ​ເຖິງ​ສະມາຄົມ​ມິດຕະພາບ ຈີນ - ຫວຽດນາມ. ​ສານ​ໄດ້​ຊີ້​ແຈ້ງວ່າ: “ກຳ່​ປັນ​ບາງ​ລຳ​ຂອງ​ຈີນ ​ໄດ້​​ຕັ້ງ​ໃຈ​ຕຳ່​ໃສ່​ບັນດາ​ກຳ່​ປັນ​​ຂອງ ຫວຽດນາມ ທີ່​ພວມ​ເຄື່ອນ​ໄຫວ​ປະຕິບັດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂ​ດ​ໄຫຼ່​ທະວີບ​ຂອງ ຫວຽດນາມ, ນາບ​ຂູ່​ເຖິງ​ຊີວິດ​ອິນ​ຊີ ​ແລະ ກໍ່​ຄວາມ​ເສຍ​ຫາຍ​ກ່ຽວ​ກັບ​ຊັບ​ສິນ​ຂອງ​ກຳລັງ​ກວດກາ​ການ​ປະມົງ”. ສະມາຄົມ​ມິດຕະພາບ ຫວຽດນາມ - ຈີນ ສະ​ເໜີ​ໃຫ້​ສະມາຄົມ​ມິດຕະພາບ ຈີນ - ຫວຽດນາມ “ອອກສຽງດ້ວຍ​ມີ​ຄວາມ​ຮັບຜິດ​ຊອບ, ລາຍ​ງານ​ຕໍ່​ບັນດາ​ອົງ​ການ​ມີ​ສິດ​ອຳນາດ​ຂອງ ຈີນ​ເພື່ອ​ແກ້​ໄຂ​ຢ່າງ​ເໝາະ​ສົມ, ສັນຕິພາບ ​ແລະ ​ເຈລະຈາ​ເພື່ອ​​ແນ​ໃສ່​ປະຕິບັດ​ຂໍ້​ຕົກລົງ ​ແລະ ຄວາມ​ຮັບ​ຮູ້​ລວມລະຫວ່າງ​ການ​ນຳ 2 ປະ​ເທດ ​ແລະ ຂໍ້​ຕົກລົງ​ກ່ຽວ​ກັບ​ຫຼັກການ​ພື້ນຖານ​ຊີ້​ນຳ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ ຫວຽດນາມ - ຈີນ”, ພ້ອມ​ທັງ​ຮຽກຮ້ອງ​ໃຫ້ “ບັນດາ​ກຳລັງ​ຂອງ ຈີນ ຢຸດ​ຕິ​ການ​ເຄື່ອນ​ໄຫວ​ເກາະ​ຜິດ, ຖອນ​ຮ້າຍ​ເຈາະນ້ຳມັນ​, ບໍ່​ເຮັດ​ໃຫ້​ສະພາບ​ເຄັ່ງ​ຕຶງ​ຕື່ມອີກ.”

​ໃນ​ຂະນະ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 14/5, ສະ​ມາ​ຄົມ​ອາຊີບ​ຫາ​ປາ ຫວຽດນາມ ​ໄດ້​ຈັດ​ຕັ້ງງານ​ໂຮມ​ຊຸມ​ນຸມມິດ​ຕິງຄັດຄ້ານ​ການ​ກະທຳ​ຂອງ ຈີນ ລະ​ເມີດ​ອະທິປະ​ໄຕ​ເຂດ​ນ່ານທະ​ເລ, ໝູ່​ເກາະຂອງ ຫວຽດນາມ ​ແລະ ຮຽກຮ້ອງ​ໃຫ້ ຈີນ ຢຸດຕິ​ການ​ເຄື່ອນ​ໄຫວ​ລວງ​ລ້ຳ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​​ເຂດ​ໄຫຼ່​ທະວີບ​ຂອງ ຫວຽດນາມ.

​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຢູ່​ນະຄອນ ​ໂຮ່ຈີ​ມິນ, ຄະນະ​ກຳມະການ​ສັນຕິພາບ ​ແລະ ກອງ​ທຶນ​ສັນຕິພາບ ​ແລະ ພັດທະນາ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ອອກ​ຖະ​ແຫຼ​ງການ​ຊີ້​ແຈ້ງວ່າ: ພ້ອມ​ກັບ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ແລະ ທົ່ວ​ປະ​ເທດ, ຄະນະ​ກຳມະການ​ສັນຕິພາບ ​ແລະ ກອງ​ທຶນ​ສັນຕິພາບ ​ແລະ ພັດທະນາ​ນະຄອນ ​ໂຮ່ຈີ​ມິນ ສະໜັບສະໜູນ​ຫຼັກໝັ້ນ​ຂອງ​ລັດຖະບານ ຫວຽດນາມ, ສະໜັບ​ສະ​ໜູນ​ຈົດໝາຍລົງ​ວັນ​ທີ 10/5/2014 ຂອງ​ຄະນະ​ກຳມະການ​ສັນຕິພາບ ຫວຽດນາມ ຝາກ​ເຖິງສະຫະ​ສະມາຄົມ​ປະຊາຊົນ ຈີນ ​ເພື່ອ​ສັນຕິພາບ ​ແລະ ຫລຸດ​ກຳ​ລັງ​ທັບ, ສະໜັບ​ສະ​ໜູນ​ຖະ​ແຫຼ​ງການ​ເມື່ອ​ວັນ​ທີ 11/5/2014 ຂອງ​ກອງ​ທຶນ​ສັນຕິພາບ ​ແລະ ພັດທະນາ ຫວຽດນາມ, ຄັດຄ້ານ​ບັນດາ​ການ​ກະທຳ​ຜິດ​ກົດໝາຍ​ດັ່ງກ່າວ​ຂອງ ຈີນ ຢ່າງ​ຮຸນ​ແຮງ.

​ໃນ​ຂະນະ​ນັ້ນ, ຄະນະບໍລິຫານ​ງານ​ສະມາຄົມຊາວ ຫວຽດນາມ ອາ​ໄສ​ຢູ່ Angola ​ແລະ ສະມາຄົມ​ມິດ​ຕະພາບ ​ມົງ​ໂກນ - ຫວຽດນາມ ​ໄດ້​ອອກ​ຖະ​ແຫຼ​ງການ​ຢືນຢັນ​ວ່າ: ການ​ກະທຳ​ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ​ໄດ້​ລະ​ເມີດ​ຂໍ້​ຕົກລົງ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ ຫວຽດນາມ ​ແລະ ຈີນ, ສົ່ງ​ຜົນ​ສະທ້ອນ​ຢ່າງ​ຍໍ້​ທໍ້​ເຖິງ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ ປະຊາຊົນ 2 ປະ​ເທດ ຫວຽດນາມ - ຈີນ.

ປະຊາ​ຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າ​ງປະ​ເທດ​ຄັດຄ້ານ​ການ​ກະທຳ​ຂອງ​ຈີນ

ວັນ​ທີ 13/5, ສະມາຄົມຊາວ​ຫວຽດນາມ ອາ​ໄສ​ຢູ່​ ຝລັ່ງ ​​ໄດ້​ຄັດຄ້ານ​ເລື່ອງ​ຈີນ ນຳ​ຮ້ານ​ເຈາະ​ນ້ຳມັນ ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ເຂດ​ເສດ​ຖະກິດ​ຈຳ​ເພາະ ​ແລະ​ໄຫລ່​ທະວີບ ຂອງ​ຫວຽດນາມ ​ແລະ ຖື​ວ່າ: ການ​ກະທຳ​ຂອງ​ຈີນ ​ແມ່ນ​ລະ​ເມີດ​ອະທິປະ​ໄຕ​ເຂດ​ທະ​ເລ​ຂອງ​ຫວຽດນາມ. ສະມຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ຝລ່ັງ ​ຮຽກຮ້ອງ​ໃຫ້​ຝ່າ​ຍ ຈີນ ຈົ່ງ​ເຄົາລົບ​ອະທິປະ​ໄຕ​ຂອງ​ຫວຽດນາມ. ​ໃນ​ວັນ​ດຽວ​ກັນ, ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ມາ​ເລ​ເຊຍ ​ເນັ້ນ​ຫນັກ​ວ່າ: ​ເລື່ອງ​ຈີນ ນຳ​ຮ້ານ​ເຈາະ​ນ້ຳມັນ ​ແລະ ກຳ​ປັ່ນ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ ​ແມ່ນ​ລະ​ເມີດ​ກົດໝາຍ​ສາກົນ.

ກ່ອນ​ຫນ້າ​ນັ້ນ, ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ຢູ​ແກຼນ ​ໄດ້​ຈັດ​ຕັ້ງ​ການ​​ເດີນ​ຂະ​ບວນຕໍ່ຫນ້າ​ສະຖານທູດ ຈີນ ຢູ່ ກີ​ແອບ ຮຽກຮ້ອງ​ໃຫ້​ຝ່າຍ​ຈີນ ຈົ່ງ​ເຄົາລົບ​ກົດໝາຍ​ສາກົນ.

 

ຂ່າວ/ບົດ​ອື່ນ