ຮຽກຮ້ອງ,ສົ່ງເສີມການລົງທຶນເຂົ້າເຂດທົ່ງພຽງແມ່ນ້ຳຂອງດ້ວຍຫຼານຮູບຫຼາຍແບບ

ຮຽກຮ້ອງ,ສົ່ງເສີມການລົງທຶນເຂົ້າເຂດທົ່ງພຽງແມ່ນ້ຳຂອງດ້ວຍຫຼານຮູບຫຼາຍແບບ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ເຂົ້າຮ່ວມກອງປະຊຸມ
(ພາບ: internet)


(vovworld) - ວັນ​ທີ 25/11, ຢູ່​ແຂວງ ຫວິ​ງລອງ, ​​ໄດ້​ໄຂກອງ​ປະ​ຊູ​ມສົ່ງ​ເສີມ​ການ​ລົງທຶນ​ເຂົ້າ​ເຂດ​ທົ່ງພຽງ​ແມ່ນ້ຳຂອງປີ 2013, ​ເຊິ່ງ​ແມ່ນ​ການ​ເຄື່ອນ​ໄຫວໃນ​ຂອບ​ເຂດ​ເວທີ​ປ​າ​ໄສ​ການ​ຮ່ວມ​ມື​ເສດຖະກິດເຂດ​ທົ່ງພຽງ​ແມ່ນ້ຳຂອງປີ 2013 (MDEC – ຫວິ​ງລອງ 2013). ​ເຂົ້າຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊູ​ມ, ທ່ານ​ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ຫົວໜ້າຄະນະ​ຊີ້ນຳ​ທິດຕາ​ເວັນ​ຕົກພາກ​ໃຕ້ ຫວູວັນ​ນິງ ຢືນຢັນ​ວ່າ ​ເພື່ອ​ໃຫ້ ຫວຽດນາມ ​ເວົ້າລວມ ​ແລະ ເຂດ​ທົ່ງພຽງ​ແມ່ນ້ຳຂອງ​ເວົ້າສະ​ເພາະ​ກາຍ​ເປັນ​ສະຖານ​ທີ່​ໄວ້​​ເນື້ອ​ເຊື່ອ​ໃຈ​ຂອງ​ບັນດາ​ນັກ​ລົງທຶນ, ລັດຖະບານ ຫວຽດນາມ​ໄດ້, ພວມ ​ແລະ ຈະ​ເອົາ​ໃສ່​ເຖິງ​ການ​ປັບປຸງ​ສະພາບແວດ​ລ້ອມ​​ແຫ່ງ​ການລົງທຶນ, ປະຕິ​ຮູບການ​ບໍລິຫານ​ຢູ່​ເຂດ​ນີ້. ຄຽງຄູ່​ກັບ​ການ​ປັບປຸງກົນ​ໄກ​ນະ​ໂຍບາຍ, ລັດຖະບານ​ເພີ່ມ​ທະວີ​ການ​ສົນທະນາ, ລົງ​ທຶນ​ຢ່າງ​​ແຂງ​ໃຫ້​ພື້ນຖານ​ໂຄງລ່າງ, ພິ​ເສດ​ແມ່ນ​ຄົມ​ມະນະ​ຄົມ, ​ເດີນ​ບິນ, ທ່າ​ກຳ​ປັ່ນ​, ສ້າງ​ຄວາມ​ສະດວກ​ກໍ​ຄື​ຮັບປະກັນ​ສິດ​ຜົນ​ປະ​ໂຫຍ​ດຊອບ​ທຳ​ໃຫ້​ບັນດາ​ວິ​ສາ​ຫະກິດ, ບັນດາ​ນັກ​ລົງທຶນເຂົ້າ​ເຂດ​ທົ່ງພຽງ​ແມ່ນ້ຳຂອງ​.

ຂ່າວ/ບົດ​ອື່ນ