ເກຼັກ ກຳນົດວັນເລືອກຕັ້ງ ທົ່ວປະເທດໃນວັນທີ 17/6/2012

ເກຼັກ ກຳນົດວັນເລືອກຕັ້ງ ທົ່ວປະເທດໃນວັນທີ 17/6/2012 - ảnh 1
ທ່ານປະທານາທິບໍດີ Karolos Papoulias
(ພາບ:ອີນເຕີເນັດ)

(vovworld) – ເພື່ອ​ແນ​ໃສ່​ຫຼີກ​ລ້ຽງສະພາບ​ຂາດສະຖຽນ​ລະ​ພາບ​ ພາຍຫຼັງ​ພັກ​ຝ່າຍຕ່າງໆ ຢູ່ ​ເກັຼກ ປະລາ​ໄຊ​ໃນ​ຄວາມ​ມານະ​ພະຍາຍາມ​ສຸດ​ທ້າຍ ​ເພື່ອ​ແນ​ໃສ່​ສ້າງ​ຕັ້ງ​ລັດຖະບານ​ປະສ​ົມ, ວັນ​ທີ 16/5, ທ່ານປະທານາທິບໍດີ Karolos Papoulias ຖະ​ແຫຼ​ງວ່າ ​ເກຼັກ ຕ້ອງ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ກ່ອນ​ກຳນົດ​​ເວລາຄັ້ງ​ທີ 2, ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 17/6 ຈະ​ມາ​ເຖິງ. ທ່ານ Panagiotis Pakrammenos, ປະທານ​ສະພາ​ແຫ່ງ​ລັດ (ຫຼື​ເອີ້​ນວ່າ​ສານ​ບໍລິຫາ​ນສູ​ງສຸດ) ຂອງ ​ເກັຼກ ​ໄດ້​ຮັບ​ການ​ບົ່ງ​ຕົວ​ຈາກປະທານາທິບໍດີ​ປະ​ເທດ​ນີ້ ​ເປັນ​ນາຍົກລັດຖະມົນຕີຊົ່ວຄາວ ​ແລະ ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງໃໝ່​ພາຍຫຼັງ​ການ​​ເລືອກ​ຕັ້ງ​ເມື່ອ​ວັນ​ທີ 6/5. ​ເລື່ອງ​ບໍ່​ມີ​ພັກ​ການ​ເມືອງ​ໃດ ​ໄດ້​ຮັບ​ຈຳນວນ​ບັດ​ສະໜັບສະໜູນ​ພໍ​ສົມຄວນ​ໃນ​ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່ ດ້ວຍ 300 ທີ່​ນັ່ງ ​ເພື່ອ​ສາມາ​ດສ້າງ​ຕັ້ງ​ລັດຖະບານ​ໃໝ່​ນັ້ນ​ໄດ້​ເຮັດ​ໃຫ້​ບັນດາ​ຄຳ​ໝັ້ນ​ສັນຍາ​ປະຕິ​ຮູບ​ຂອງ​ອຳ​ນາດ​ການ​ປົກຄອງປະຈຸ​ບັນ​​ຍາກ​ທີ່​ຈະປະຕິບັດ​​ໄດ້ ​ແລະ ນີ້​ແມ່ນ​ສາຍ​ເຫດ​ເຮັດ​ໃຫ້ ​ເກຼັກ ສາມາດ​ຕົກ​ເຂົ້າ​ສູ່​ວິ​ກິດ​ການ​ການ​ເມືອງ.

ຂ່າວ/ບົດ​ອື່ນ