ເກຼັກ ຮັບຜິດຊອບໜ້າທີ່ ປະທານໝູນວຽນ EU

ເກຼັກ ຮັບຜິດຊອບໜ້າທີ່ ປະທານໝູນວຽນ EU - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 01/01, ເກຼັກ ​ເລີ່​ມຮັບຜິດຊອບ​ໜ້າ​ທີ່​ປະທານ​ໝູນວຽນ​ສະຫະພາບ​ເອີລົບ (EU) ​ໃນ 6 ​ເດືອນ​ຕົ້ນ​ປີ 2014 ​ໃນ​ສະພາບ​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ນີ້ ມີ​ແງ່​ຫວັງ​ດີກ​ວ່າ. ກ່າວ​ຄຳ​ເຫັນ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເກຼັກ Evangelos Venizelos ຖື​ວ່າ ​ປີ 2014 ​ແມ່ນ​ປີ​ເປັນ​ບາດ​ລ້ຽວອັນ​ໃຫຍ່​ຫຼວງ ​ເມື່ອ​ເກຼັກ ຊອກ​ຫາ​ວິທີ​ຫຼຸດ​ພົ້ນ​ອອກ​ຈາກ​ວິ​ກິດ​ການ ​ແລະ  EU ​ເລີ່​ມກ້າວ​ເຂົ້າ​ສູ່ການ​ໂຕ້​ແຍ້​ງກ່ຽວ​ກັບອະນາຄົດ​ຂອງ​ສຳພັນ​ທະ​ມິດດ້ວຍ​ບັນດາ​ການ​ເລືອກ​ຕັ້ງ.

    ຕາມ​ແຜນການ, ​ເກຼັກ ຈະ​ຕ້ອງ​ຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ 14 ຄັ້ງ ​ໃນ​ອາຍຸ​ການ​ເປັນ​ເວລາ 6 ​ເດືອນຂອງ​ຕົນ ກ່ອນ​ທີ່​ມອບ​ໃຫ້​ອີ​ຕາ​ລີ. ວັນ​ທີ 16/01 ຈະ​ມາ​ເຖິງ, ທ່ານ​ນາຍົກລັດຖະມົນຕີ ​ເກັຼກ Antonis Samaras ຈະ​ໄປ​ເຖິງ​ລັດຖະສະພາ​ເອີ​ລົບ ຢູ່ Strabourg (ປະ​ເທດ​ຝລັ່ງ) ​ເພື່ອ​ສະ​ເໜີ​ຈຸດໝາຍ​ຂອງ​ປະ​ເທດ​ນີ້​ໃນ 6 ​ເດືອນ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ