ເກຼັກ ແລະ ກຸ່ມເຈົ້າໜີ້ບໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບການຊ່ວຍກູ້

ເກຼັກ ແລະ ກຸ່ມເຈົ້າໜີ້ບໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບການຊ່ວຍກູ້ - ảnh 1

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເກຼັກ Alexis Tsipras (ເບື່ອງ​ຊວາ)ກ່າວ​ຄຳ​ເຫັນ​ທີ່​ການ​ປຸ​ະ​ຊຸມ​ຂ່າວ​ຢູ່ Athen. (ພາບ: AFP/TTXVN)



(vovworld)- ການ​ເຈ​ລະ​ຈາ​ລະ​ຫວ່າງ​ເກຼັກ ແລະ ກຸ່ມ​ເຈົ້າ​ໜີ້​ເມື່ອ​ວັນ​ທີ 14/6 ໄດ້​ສິ້ນ​ສຸດ​ລົງ, ແຕ່ບໍ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ໃດໆ. ສິ່ງນີ້​ກໍ​ມີ​ຄວາມ​ໝາຍ​ເຊັ່ນ​ດຽວ​ກັນ​ກັບ​ເລື່ອງ​ເກຼັກອາດ​ຈະ​ຖືກ​ຕົກ​ເຂົ້າ​ສູ່​ສະ​ພາບ​ລົ້ມ​ລະ​ລາຍ ແລະ ປະ​ເຊີນ​ໜ້າ​ກັບ​ການ​ຖອນ​ອອກ​ຈາກ​ພາກ​ພື້ນ​ໃຊ້​ສະ​ກຸນ​ເງິນ​ເອີ​ໂຣ​ລວມ. ສິ່ງນີ້ ກໍ​ເຮັດ​ໃຫ້​ເພີ່ມ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ເລື່ອງ​ລັດ​ຖະ​ບານ​ເກຼັກ ຈະ​ຕົກ​ເຂົ້າ​ສູ່​ສະ​ພາບ​ວິ​ກິດ​ການ​ການ​ເງິນ​ທີ່​ຮ້າຍ​ແຮງ. ການ​ເຈ​ລະ​ຈາແມ່ນບໍ່​ສຳ​ເລັດ​ຜົນຄື​ດັ່ງ​ຄວາມ​ຫວັງ​ຍ້ອ​ນ​ບັນ​ດາ​ຝ່າຍ​ຍັງ​ມີ​ຄວ​າມບໍ່​ລົງ​ລອຍ​ກັນ​ຢ່າງຫຼວງຫຼາຍ​ຊຶ່ງ​ກ່ຽວ​ຂ້ອງ​ເຖິງ​ແຜນ​ການ​ຂອງ​ອຳ​ນາດ​ການ​ປົກ​ຄອງ ອາ​ແທນ ແລະ ບັນ​ດາ​ຂໍ້​ສະ​ເໜີ​ຂອງ​ກຸ່ມ​ເຈົ້າ​ໜີ້​ຊຶ່ງ​ລວມ​ມີ IMF, EU ແລະ ECB .
ຂ່າວ/ບົດ​ອື່ນ