ເກຼັກສະເໜີຕໍ່ກຳນົດເວລາສຳລັບໂຄງການໃຫ້ກູ້ຢືມເງິນຊ່ວຍບັນເທົ່າທຸກຂອງ EU
ລັດຖະມົນຕີການເງິນເກຼັກ Yanis Varoufakis |
(vovworld)- ວັນທີ 19/2, ເກຼັກ ໄດ້ສະເໜີສະຫະພາບເອີລົບ EU ຈົ່ງຕໍ່ກຳນົດເວລາຕື່ມອີກ 6 ເດືອນສຳລັບໂຄງການໃຫ້ກູ້ຢືມເງິນຊ່ວຍບັນເທົ່າທຸກຊຶ່ງຄາດວ່າຈະໝົດຜົນສັກສິດໃນວັນທີ 28/2. ການກະທຳນີ້ຂອງອາແທນແມ່ນແນໃສ່ແກ່ຍາວເວລາດຳເນີນເຈລະຈາກັບບັນດາເຈົ້າໜີ້ກ່ຽວກັບຂໍ້ຕົກລົງໃຫ້ກູ້ຢືມໃໝ່ ແລະ ຫຼີກລ້ຽງໄພອັນຕະລາຍຖືກລົ້ມລະລາຍ. ປະທານກຸມບັນດາລັດຖະມົນຕີການເງິນເຂດໃຊ້ສະກຸນເງິນລວມເອີລົບ ທ່ານ Jeroen Dijsselbloem ຢັ້ງຢືນວ່າ ໄດ້ຮັບຂໍ້ສະເໜີ້ດັ່ງກ່າວຂອງເກຼັກ ແລະ ໃຫ້ຮູ້ວ່າ ຈະໂຮມປະຊຸມວາລະພິເສດໃນວັນທີ 20/2 ຢູ່ບຣຸກແຊນປະເທດແບນຊິກເພື່ອປຶກສາຫາລືກ່ຽວກດັບຂໍ້ສະເໜີຂອງອາແທນ.