ເກຼັກອາດຈະເລືອກຕັ້ງກ່ອນກຳນົດເວລາໃນເດືອນ09
(ພາບປະກອບ: AP)
(vovworld) - ວັນທີ 05/08, ໂຄສົກລັດຖະບານເກຼັກ ທ່ານນາງ Olga Gerovasili, ໃຫ້ຮູ້ວ່າ, ປະເທດນີ້ອາດຈະດຳເນີນການເລືອກຕັ້ງກ່ອນກຳນົດເວລາໃນລະດູໃບໄມ້ຫຼົ່ນ ຈະມາເຖິງ. ຕາມທ່ານນາງ Gerovasili ແລ້ວ, ເລື່ອງລັດຖະບານເກຼັກ ອາດຈະດຳເນີນການເລືອກຕັ້ງກ່ອນກຳນົດເວລາ ຫຼື ບໍ່ ແມ່ນອີງໃສ່ສະຖຽນລະພາບຂອງລັດຖະບານເກຼັກ ໃນໄລຍະຈະມາເຖິງ.
ກ່ອນໜ້ານັ້ນ, ວັນທີ 04/08, ກ່າວຄຳເຫັນທີແວັບໄຊຂ່າວສານ Realnews.gr ຂອງເກຼັກ ຫົວໜ້າກຸ່ມຝ່າຍຊ້າຍຂອງ Syriza, ທ່ານ Panagiotis Lafazanis, ໄດ້ຮຽກຮ້ອງບັນດາສະມາຊິກສະພາແຫ່ງຊາດພັກຝ່າຍຕ່າງໆ ປະຕິເສດໂຄງການປະຕິຮູບ “ຮັດເຄັ້ມຂັດ” ໃໝ່ຂອງທ່ານນາຍົກລັດຖະມົນຕີ Tsipras. ຕາມຂໍ້ສັງເກດຂອງບັນດານັກຊ່ຽວຊານ, ໃນສະພາບການຄືປະຈຸບັນ, ທ່ານນາຍົກລັດຖະມົນຕີ Tsipras ອາດຈະຮຽກຮ້ອງດຳເນີນການເລືອກຕັ້ງກ່ອນກຳນົດເວລາ ໃນຕົ້ນເດືອນ 09.