ເກຼັກຮັບດຳລົງຕຳແຫນ່ງປະທານໝູນວຽນອີຢູຢ່າງເປັນທາງການ

ເກຼັກຮັບດຳລົງຕຳແຫນ່ງປະທານໝູນວຽນອີຢູຢ່າງເປັນທາງການ - ảnh 1
ເກຼັກ ຮັບ​ດຳລົງ​ຕຳ​ແຫນ່​ງ​ເປັນ​ປະທານ​ໝູນວຽນ​ສະຫະ​ພາບ​ເອີ​ລົບ
photo:internet


(vovworld)-  ວັນ​ທີ 8/1, ​ເກຼັກ ຮັບ​ດຳລົງ​ຕຳ​ແຫນ່​ງ​ເປັນ​ປະທານ​ໝູນວຽນ​ສະຫະ​ພາບ​ເອີ​ລົບ (ອີ​ຢູ) ອາຍຸ​ການ 6 ​ເດືອນ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ສິ່ງ​ທ້າ​ທາຍ​ໃຫຍ່​ສຳລັບ​ປະ​ເທດ​ຫນຶ່ງ​ທີ່​ກໍ່​ໃຫ້​ເກີດ​ວິ​ກິດ​ການ​ຫນີ້​ສິນ​ຢູ່ ​ເອີ​ລົບ ​ເຮັດ​ໃຫ້​ທະວີ​ບນີ້​ຕົກ​ເຂົ້າ​ສູ່​ສະ​ພາບ​ຫຍຸ້ງຍາກ​ໃນ​ຕະຫລອດ 4 ປີຜ່ານມາ.

ກ່າວ​ຄຳ​ເຫັນ​ທີ່​ພິທີ​ຮັບ​ດຳລົງ​ຕຳ​ແຫນ່​ງຂອງ Athens, ປະທານ ອີ​ຢູ Herman Van Rompuy ​ແລະ ປະທານ​ຄະນະ​ກຳມະການ​ເອີ​ລົບ(EC) Manuel Barroso ລ້ວນ​ແຕ່​ເນັ້ນ​ຫນັກ​ວ່າ: ​ເກຼັກ ຄວນ​ສືບ​ຕໍ່​ມາ​ນະພະ​ຍາ​ຍາມ​ເພື່ອ​ຫລຸດ​ພົ້ນ​ອອກ​ຈາກ​ວິ​ກິດ​ການ ​ແລະ ບໍ່​ໄດ້​​ເຮັດ​ໃຫ້​ວິ​ກິດ​ການ​ປະຕິ​ຮູບ​ຊັກ​ຊ້າ. ປະທານ Barroso ຖື​ວ່າ: ດ້ວຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ທີ່​ຫນ້າ​ປະ​ທັບ​ໃຈ, ປາດ​ຖະຫນາ​ວ່າ Athens ຈະ​ຫລຸດ​ພົ້ນ​ອອກ​ຈາກ​ການ​ຊຸດ​ໂຊມ​ໃນ​ປີ​ນີ້ ​ແລະ ບັນລຸ​ງົບປະມານ​ເກີນ​ດຸນ​ໃນ​ເບື້ອງ​ຕົ້ນ​ໃຫ້​ສອດ​ຄ່ອງ​ກັບ​ແຜນ​ງົບປະມານ​ຂອງ​ລັດ​ຖະບານ. ​ໃນ​ຂະນະ​ນັ້ນ ປະທານ ອີ​ຢູ Herman Van Rompuy ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ປີ 2014 ຈະ​ເປັນ​ປີ​ອັນ​ດີງາມ​ກວ່າ​ໃຫ້​ແກ່ ​ເອີ​ລົບ ​ແລະ ອີ​ຢູ ຈະ​ບັນລຸ​ໄດ້​ບັນດາ​ຄາດໝາຍ​ວາງ​ອອກ. ທ່ານ​ເນັ້ນ​ຫນັກ​ວ່າ: ຈຸດໝາຍ​ລວມຂອງ ​ທັງເກຼັກ ດ້ວຍ​ຖານະ​ເປັນ​ປະທານ ອີ​ຢູ ​ເວົ້າ​ສະ​ເພາະ ກໍ​ຄືຂອງ ​ເອີ​ລົບ ​ເວົ້າ​ລວມ ​ແມ່ນ​ວຽກ​ເຮັດ​ງານ​ທຳ, ການ​ເຕີບ​ໂຕ ​ແລະ ຄວາມ​ໝັ້ນຄົງ.

 

ຂ່າວ/ບົດ​ອື່ນ