ເກຼັກແລະຊາອຸດີອາຣາເບຍຈັບຕົວຜູ້ຖືກສົງໄສກໍ່ການຮ້າຍຫຼາຍຄົນ

ເກຼັກແລະຊາອຸດີອາຣາເບຍຈັບຕົວຜູ້ຖືກສົງໄສກໍ່ການຮ້າຍຫຼາຍຄົນ - ảnh 1
(ພາບ​ປະ​ກອບ: AP)

(vovworld) –​ ວັນ​ທີ 31/01, ຕຳ​ຫຼ​ວດ​ເກຼັກ ໄດ​້​ຈ​ັບ​ຕົວ 2 ຄົນ​ຖື​ໜັງ​ສື​ຜ່ານ​ແດນຊູ​ແອດ ຍ້ອນ​ຖືກ​ສົງ​ໄ​ສ​ມີ​ການ​ພົວ​ພັນ​ກັບ​ບັນ​ດາກຸ່ມ​ທຳ​ສົງ​ຄາມ​ສັກ​ສິດ, ໃນ​ນັ້ນ, ມີ​ຊາຍ​ຄົນ​ໜຶ່ງເຊື້ອ​ຊາດ Bosnia ແລະ Herzegovina, ເປົ້າ​ໝາຍ​ຍັງ​ເຫຼືອເຊື້ອ​ຊາດ Yemen. 2 ເປົ້າ​ໝາຍ​ນີ້​ຖືກ​ຈັບ​ຕົວ​ເມື່ອ​ພວມ​ຂີ​ລົດ​ເມ​ຢູ່​ນະ​ຄອນ Alexandroupolid, ທາງ​ພາກ​ເໜືອ​ເກຼັກ. ເປົ້າ​ໝາຍ 2 ຄົນ​ດັ່ງ​ກ່າວ​ຖືກກ່າວ​​ຫາ​ວ່າ​ຖື​ອາ​ວຸດ ແລະ ຖືກ​ຟ້ອງ​ສານ​ໃນ​ວັນ​ທີ 02/02 ຈະ​ມາ​ເຖິງ.

      ໃນ​ອາ​ທິດ​ຜ່ານ​ມາ, ຊາ​ອຸ​ດີ​ອາ​ຣາ​ເບຍ ກໍ​ໄດ້​ຈັບ​ຕົວ​ຜູ້​ຖືຶກ​ສົ​ງ​ໄສ​ກໍ່​ການ​ຮ້າຍ 33 ຄົນ, ໃນ​ນັ້ນ​ມີ​ຊາວ​ອາ​ເມ​ລິ​ກາ 9 ຄົນ ແລະ ຊາວ​ຊາ​ອຸ​ດີິ​ອາ​ຣາ​ເບຍ 14 ຄົນ.

ຂ່າວ/ບົດ​ອື່ນ