ເກີດ​ການຈາ​ລະ​ຈົນ​ຢູ່ ປາ​ກິດ​ສະ​ຖານ ພາຍຫຼັງ​ຈັບ​ຕົວ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ Imran Khan

(VOVWORLD) -ບັນດາການແຫ່ຂະບວນປະທ້ວງໃຊ້ຄວາມຮຸນແຮງໄດ້ເກີດຂຶ້ນຢູ່ທົ່ວປະເທດ ປາກິດສະຖານ, ລວມທັງຢູ່ ສຳນັກງານກອງບັນຊາການ ກອງທັບ ແລະ ເຮືອນສ່ວນຕົວຂອງຜູ້ບັນຊາການກອງທັບປະກິດສະຖານ ຢູ່ Islamabad ພາຍຫຼັງທີ່  ທ່ານອະດີດນາຍົກລັດຖະມົນຕີ ປາກິດສະຖານ Imran Khan ຖືກກອງທັບປະເທດນີ້ຈັບຕົວຢ່າງກະທັນຫັນ. 
ເກີດ​ການຈາ​ລະ​ຈົນ​ຢູ່ ປາ​ກິດ​ສະ​ຖານ ພາຍຫຼັງ​ຈັບ​ຕົວ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ Imran Khan - ảnh 1 ການຈາລະຈົນເກີດຂຶ້ນຢູ່ທົ່ວປະເທດ ປາກິດສະຖານ (ພາບ: Reuters)

ວັນທີ 9 ພຶດສະພາ, ຢູ່ Islamabad, ທ່ານອະດີດນາຍົກລັດຖະມົນຕີ ປາກິດສະຖານ Imran Khan ຖືກກອງທັບປະເທດນີ້ຈັບຕົວຢ່າງກະທັນຫັນ ຍ້ອນມີສ່ວນກ່ຽວຂ້ອງເຖິງບາງຄະດີສໍ້ລາດບັງຫຼວງເຮັດໃຫ້ຄັງເງິນແຫ່ງຊາດຮົ່ວໄຫຼ.

        ຫຼັງຈາກນັ້ນ, ໃນວັນດຽວກັນ ບັນດາການແຫ່ຂະບວນປະທ້ວງໃຊ້ຄວາມຮຸນແຮງໄດ້ເກີດຂຶ້ນຢູ່ທົ່ວປະເທດ ປາກິດສະຖານ, ລວມທັງຢູ່ ສຳນັກງານກອງບັນຊາການ ກອງທັບ ແລະ ເຮືອນສ່ວນຕົວຂອງຜູ້ບັນຊາການກອງທັບປະກິດສະຖານ ຢູ່ Islamabad.

        ຜູ້ແຫ່ຂະບວນປະທ້ວງ ໄດ້ຈູດທໍາລາຍ, ຍົກປ້າຍຄຳຂວັນສະແດງຄວາມໂກດແຄ້ນຕໍ່ການຈັບຕົວອະດີດນາຍົກລັດຖະມົນຕີ. ມີຕຳຫຼວດ 5 ຄົນຖືກຮັບບາດເຈັບ ແລະ ຜູ້ແຫ່ຂະບວນປະທ້ວງ 43 ຄົນຖືກຈັບຕົວ. ວຽກງານປ້ອງກັນຄວາມສະຫງົບໄດ້ປະຕິບັດໃນທົ່ວປະເທດ ປາກິດສະຖານຢ່າງເຄັ່ງຄັດ.

ຢຸງຮວ່າງ - ນັກຂ່າວ VOV ປະຈຳ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ