ເກີດການຍິງປືນຢູ່ເຂດຊາຍແດນລະຫວ່າງປາກິດສະຖານ-ອິນເດຍ

ເກີດການຍິງປືນຢູ່ເຂດຊາຍແດນລະຫວ່າງປາກິດສະຖານ-ອິນເດຍ - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) - ​​​ ​​ວັນ​ທີ 31/10, ປາ​ກິດ​ສະ​ຖານ ໄດ້​ກ່າວ​ຫາ​ອິນ​ເດຍ ຍິງ​ປືນ​ແນ​ໃສ່​ເຂດ Nakyal ຢູ່​ລຽບ​ຕາມ​ເສັ້ນ​ຊາຍ​ແດນ​ຄວບ​ຄຸມ (LoC) ຢູ່​ເຂດ​ຂັດ​ແຍ້ງ​ກັນ Kashmir, ເຮັດ​ໃຫ້​ສາ​ມັນ​ຊົນ 4 ຄົນ​ເສຍ​ຊີ​ວິດ ແລະ 6 ຄົນ​ຖືກ​ຮັບ​ບາດ​ເຈັບ. ວົງ​ການ​ເຈ​ົ້າ​ໜ້າ​ທີ່​ປາກ​ິ​ດ​ສະ​ຖານ ໃຫ້​ຮູ້​ວ່າ, ການ​ຍິງ​ປືນ​​ເກີດ​ຂຶ້ນ​ຢູ່ໃກ້​ກັບເສັ້ນ​ຊາຍ​ແດນທີ່​ແບ່ງແຍກເຂດ​ຂັດ​ແຍ້ງ​ກັນ Kashmir ໂດຍ​ອິນ​ເດຍ ຄວບ​ຄຸມ ກັບ​ແຂວງ Punjab ຂອງ​ປາ​ກິ​ສະ​ຖານ, ເລີ່ມ​​ຕົ້ນແຕ່​ຕອນ​ເຊົ້າ​ວັນ​ທີ 31/10 ແລະ ແກ່​ຍາວ​ຕະ​ຫຼອດໃນ​ມື້​. ນີ້​ແມ່ນ​ການ​ຍິງ​ປືນ​ໃໝ່​ສຸດ​ໃນ​ບັນ​ດາ​ເຫດ​ການ​ທີ່​ຄ້າຍ​ຄື​ກັນ​​ເຊິ່ງ​ເກີດ​ຂຶ້ນ​ຢູ່​ເຂດ​ຂັດ​ແຍ້ງ​ກັນ Kashmir, ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ນີ້ ບໍ່​ມີ​ສັນ​ຍານ​ຫຼຸດ​ຜ່ອນ​​ລົງໃນ​ໄລ​ຍະ​ຫວ່າງມໍ່ໆ​ມານີ້. ການ​ບຸກ​ໂຈມ​ຕີ​ຮ້າຍ​ແຮງ​ທີ່​ສຸດ​ແມ່ນ​ເກີດ​ຂຶ້ນ​ຢູ່​ເຂດ​ຖານ​ທີ່​ໝັ້ນຂອງ​ອິນ​ເດຍ ຢູ່ Baramulla, ທາງ​ທິດ​ເໜືອ​ເຂດ Kashmir, ຕິດ​ກັບ​ເຂດ​ຊາຍ​ແດນ​ປາ​ກິດ​ສະ​ຖານ ເມື່ອ​ເດືອນ​ 09 ຜ່ານ​ມາ, ​ເຮັດ​ໃຫ້ພົນ​ທະ​ຫານ​ອິນ​ເດຍ 19 ຄົນ​ຖືກ​ເສຍ​ຊີ​ວິດ. New Delhi ກ່າວ​ຫາ​ພວກກະ​ບົດ Jaish e Muhammad ຢູ່​ປາ​ກິດ​ສະ​ຖານ ເປັນ​ຕົວ​ການ​ເຫດ​ບຸກ​ໂຈມ​ຕີ​ທີ່ນອງ​ເລືອດນີ້, ແຕ່ Islamabad ໄດ້​ປະ​ຕິ​ເສດ​ຄຳ​ກ່າວ​ຫາ​ດັ່ງ​ກ່າ​ວ​ໂດຍ​ທັນ​ທີ.

ຂ່າວ/ບົດ​ອື່ນ