ເກີດການບຸກໂຈມຕີແບບກໍ່ການຮ້າຍຢູ່ສະຖານີລົດໄຟໃຫຍ່ກວ່າໝູ່ທີ່ເມືອງເອກອູກືມູຈີ ,ຊີນຈຽງຂອງຈີນ

ເກີດການບຸກໂຈມຕີແບບກໍ່ການຮ້າຍຢູ່ສະຖານີລົດໄຟໃຫຍ່ກວ່າໝູ່ທີ່ເມືອງເອກອູກືມູຈີ ,ຊີນຈຽງຂອງຈີນ - ảnh 1
ຕຳຫຼວດຈີນໄດ້ປິດລ້ອມທົ່ວບໍລິເວນສະຖານີ​ລົດ​ໄຟ​ ອູກືມູຈີ
(ພາບ:baomoi)

(vovworld)- ຕອນ​ຄ່ຳ​ວັນ​ທີ 30/4, ຢູ່​ສະຖານີ​ລົດ​ໄຟ​ໃຫຍ່​ກວ່າ​ໝູ່ທີ່ເມືອງເອກ ອູກືມູຈີ ຂອງເຂດປົກຄອງ ດ້ວຍຕົນເອງ ໄຢອູຍີ້ ຊິນຈຽງ ພາກຕາເວັນຕົກ ສ່ຽງເໜືອຂອງຈີນ, ໄດ້ເກີດການບຸກໂຈມຕີ ແບບກໍ່ການຮ້າຍ ອັນໄດ້ເຮັດໃຫ້ 3 ຄົນເສຍຊີວິດ ແລະ 79 ຄົນອື່ນໄດ້ຮັບບາດເຈັບ. ຕາມການສືບສວນໃນ ເບື້ອງຕົ້ນ ຂອງຕຳຫຼວດໃຫ້ເຫັນວ່າ ພວກບຸກໂຈມຕີໄດ້ໃຊ້ມິດແທ່ງບັນດາຜູ້ຄົນ ທີ່ມີໜ້າຢູ່ມໍ່ກັບ ປະຕູເຂົ້າອອກຂອງສະຖານີລົດໄຟ, ພ້ອມວາງລະເບີດແຕກ.

     ກໍລະນີບຸກໂຈມຕີໄດ້ເກີດຂຶ້ນ ໃນຈຸດເວລາທ່ານປະທານປະເທດຈີນ ສີຈີນຜີງ ສິ້ນສຸດການຢ້ຽມຢາມ ຊິນຈຽງ ເປັນຄັ້ງທຳອິດນັບຕັ້ງແຕ່ພາຍຫຼັງກອງປະຊຸມ ໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນ. 

ຂ່າວ/ບົດ​ອື່ນ