ເກີດຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ອາ​ເມ​ລິ​ກາ - ຈີນ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ ຄືນ​ໃໝ່

(VOVWORLD) - ບັນດາການຜັນແປນີ້ມີຜົນກະທົບທີ່ບໍ່ດີຕໍ່ຄວາມມານະພະຍາຍາມສອງຝ່າຍ ເພື່ອແນໃສ່ຟື້ນຟູການໂອ້ລົມສົນທະນາລະດັບສູງ ລະຫວ່າງ ອາເມລິກາ - ຈີນ ໂດຍຖືກຕົກເຂົ້າສູ່ສະພາບການຢຸດສະຫງັກນັບແຕ່ຕົ້ນປີມານີ້.
ເກີດຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ອາ​ເມ​ລິ​ກາ - ຈີນ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ ຄືນ​ໃໝ່ - ảnh 1ພາບປະກອບ: Reuters

ວັນທີ 9 ສິງຫາ, ອາເມລິກາ ໄດ້ປະກາດຄຳສັ່ງເກືອດຫ້າມການລົງທຶນ ເຂົ້າຂົງເຂດເຕັກໂນໂລຢີຂອງຈີນ. ນີ້ແມ່ນການກະທຳຫຼ້າສຸດໃນບັນດາການກະທຳຂອງລັດຖະບານປະທານາທິບໍດີ ອາເມລິກາ Joe Biden ເພື່ອແນໃສ່ຈຳກັດຄວາມສາມາດໃນການສຳຜັດຂອງ ຈີນ ກັບເຕັກໂນໂລຢີທີ່ກ້າວໜ້າ. ໃນການກະທຳໂຕ້ຕອບຫຼ້າສຸດ, ວັນທີ 10 ສິງຫາ, ກະຊວງການຄ້າຈີນ ໄດ້ສະແດງຄວາມວິຕົກກັງວົນ ຕໍ່ລັດຖະບັນຍັດ ເຊິ່ງທ່ານປະທານາທິບໍດີ ອາເມລິກາ Joe Biden ຫາກໍ່ລົງນາມ ແລະ ໃຫ້ຮູ້ວ່າ ປັກກິ່ງ ມີສິດປະຕິບັດບັນດາມາດຕະການໂຕ້ຕອບ. ບັນດາການຜັນແປນີ້ມີຜົນກະທົບທີ່ບໍ່ດີຕໍ່ຄວາມມານະພະຍາຍາມສອງຝ່າຍ ເພື່ອແນໃສ່ຟື້ນຟູການໂອ້ລົມສົນທະນາລະດັບສູງ ລະຫວ່າງ ອາເມລິກາ - ຈີນ ໂດຍຖືກຕົກເຂົ້າສູ່ສະພາບການຢຸດສະຫງັກນັບແຕ່ຕົ້ນປີມານີ້.

ລັດຖະບັນຍັດຂອງທ່ານ Biden ແມ່ນການກະທຳຫຼ້າສຸດໃນບັນດາການກະທຳຂອງ ອາເມລິກາ ເພື່ອແນໃສ່ຈຳກັດຄວາມສາມາດສຳຜັດກັບເຕັກໂນໂລຢີທີ່ກ້າວໜ້າຂອງຈີນ. ນີ້ບໍ່ແມ່ນຄັ້ງທຳອິດທີ່ຝ່າຍອາເມລິກາຍົກອອກບັນດາຄຳສັ່ງຈຳກັດທີ່ແນໃສ່ພື້ນຖານເສດຖະກິດຂອງ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ