ເກີດເຫດຍີງປືນຄາດຕະກຳຢູ່ສ.Dagestan ຂຶ້ນກັບລັດເຊຍ

(VOVWORLD) -ວັນທີ 18 ກຸມພາ, ໄດ້ເກີດເຫດການຍິງປືນຄາດຕະກຳຢູ່ໂບດສາສະໜາເຢຊູ ແຫ່ງໜຶ່ງຢູ່ສ. Dagestan, ຂຶ້ນກັບລັດເຊຍ ເຮັດໃຫ້ແມ່ຍິງ 5 ຄົນເສຍຊີວິດ ແລະ ຢ່າງໜ້ອຍສຸດມີ 5 ຄົນຮັບບາດເຈັບ.
ເກີດເຫດຍີງປືນຄາດຕະກຳຢູ່ສ.Dagestan ຂຶ້ນກັບລັດເຊຍ - ảnh 1(ພາບປະກອບ: REUTERS/TTXVN)

ສື່ມວນຊົນທ້ອງຖິ່ນໃຫ້ຮູ້ວ່າ, ເຫດບຸກໂຈມຕີດັ່ງກ່າວໄດ້ເກີດຂຶ້ນຢູ່ໂບດບ້ານ Kizlar ຢູ່ສ.Dagestan ເຊິ່ງແມ່ນແຫ່ງມີຊາວອິດສະລາມກວມສ່ວນຫຼາຍ. ເປົ້າໝາຍບຸກໂຈມຕີໄດ້ຖືກຢັ້ງຢືນແມ່ນຊາຍຄົນໜຶ່ງອາຍຸ 22 ປີ ເປັນຊາວທ້ອງຖິ່ນ. ເປົ້າໝາຍດັ່ງກ່າວຖືກກຳລັງປ້ອງກັນຄວາມສະຫງົບພວມປະຕິບັດໜ້າທີ່ຢູ່ໃກ້ກັບໂບດຍິງຕາຍ.

        ສຳນັກຂ່າວສານ Interfax ໃຫ້ຮູ້ວ່າ, ໃນຈຳນວນຜູ້ຮັບບາດເຈັບມີຕຳຫຼວດ 2 ຄົນ. ອົງການ IS ໄດ້ກ່າວຮັບຜິດຊອບເຫດບຸກໂຈມຕີດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ