ເກີດ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່​​ເກຼັກ

(VOVWORLD) - ເຫດແຜ່ນດິນໄຫວທີ່ມີຄວາມແຮງ 5.6 ອົງສາຣິກເຕີ ໄດ້ເກີດຂຶ້ນຢູ່ເຂດຕາເວັນຕົກສ່ຽງເໜືອຂອງປະເທດເກຼັກ ແລະ ໄດ້ທຳລາຍກິດຈະກຳຫຼາຍແຫ່ງຢູ່ນະຄອນ Parga.
ເກີດ​ເຫດ​ແຜ່ນ​ດິນ​ໄຫວ​ຢູ່​​ເກຼັກ   - ảnh 1

ພາບ: Greek Reporter

  ເຫດແຜ່ນດິນໄຫວໄດ້ເກີດຂຶ້ນເມື່ອຕອນເຊົ້າວັນທີ 21 ມີນາ, ຈຸດໃຈກາງແມ່ນຢູ່ຫ່າງຈາກນະຄອນ Parga ກ່ວາ 10 ກມ ແລະຫ່າງຈາກນະຄອນຫຼວງ Athens ກ່ວາ 310 ກມ ໄປທາງທິດຕາເວັນຕົກສ່ຽງເໜືອ.

   ປະຈຸບັນ, ບໍ່ທັນມີການລາຍງານກ່ຽວກັບຈຳນວນຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບໃນເຫດການນີ້ເທື່ອ. ມີເຮືອນເປົ່າຫວ່າງຢູ່ນະຄອນນີ້ຫຼາຍຫຼັງຖືກພັງທະລາຍ ໃນຂະນະທີ່ບາງສະຖານທີ່ມີພົນລະເມືອງດຳລົງຊີວິດຢູ່ ກໍ່ມີ ຜົນເສຍຫາຍຢ່າງໜັກໜ່ວງ.

ຕອບກັບ

ຂ່າວ/ບົດ​ອື່ນ