ເກີດແຜ່ນ​ດິນ​ໄຫວ​ຢູ່ ອິນ​ໂດ​ເນ​ເຊຍ

(VOVWORLD) -ອິນໂດເນເຊຍ ແມ່ນນອນຢູ່ຂອບອ້ອມພູເຂົາໄຟ ປາຊີຟິກ, ດັ່ງນັ້ນຈຶ່ງມັກເກີດແຜ່ນດິນໄຫວເປັນປະຈຳ.

ເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນຕອນເຊົ້າວັນທີ 22 ສິງຫາດ້ວຍມີຄວາມແຮງ 5,4 ອົງສາຣິກເຕີ ໄດ້ເຮັດມຫ້ເຂດທີ່ຢູ່ຫ່າງຈາກແຂວງ Bengkulu ຂອງອິນໂດເນເຊຍ ໄປທາງທິດຕາເວັນຕົກສ່ຽງໃຕ້ປະມານ 140 ກມສັນສະເທືອນ, ດ້ວຍຈຸດສູນກາງຂອງເຫດແຜ່ນດິນໄຫວເລິກດິນປະມານ 10 ກມ. ກ່ອນໜ້ານັ້ນໃນຕອນເຊົ້າວັນທີ 19 ສິງຫາ ຢູ່ເກາະ Sumatra ຢູ່ທະເລຂອງອິນໂດເນເຊຍກໍ່ເກີດແຜ່ນດິນໄຫວ 2 ຄັ້ງ. ອິນໂດເນເຊຍ ແມ່ນນອນຢູ່ຂອບອ້ອມພູເຂົາໄຟ ປາຊີຟິກ, ດັ່ງນັ້ນຈຶ່ງມັກເກີດແຜ່ນດິນໄຫວເປັນປະຈຳ.

ຕອບກັບ

ຂ່າວ/ບົດ​ອື່ນ