ເກີນ​ເທີ ເຊື່ອມ​ຕໍ່​ການ​ແລ​ກ​ປ່ຽນ​ການ​ຄ້າ​ກັບ​ວິ​ສາ​ຫະ​ກິດ​ຂອງ ຟີ​ລິບ​ປິນ

(VOVWORLD) -ວັນທີ 11 ມີນາ, ຢູ່ນະຄອນ ເກີ່ນເທີ, ຄະນະກຳມະການປະຊາຊົນນະຄອນ ເກີນເທີ ພ້ອມກັບບາງພະແນກ, ຂະແໜງການ ແລະ ວິສາຫະກິດໃນບໍລິເວນນະຄອນ ໄດ້ເຮັດວຽກກັບກຸ່ມບໍລິສັດ  Vista Land ຂອງ (ຟີລິບປິນ). ນະທີ່ນີ້, ຜູ້ແທນສອງຝ່າຍໄດ້ແນະນຳກ່ຽວກັບກຳລັງບົ່ມຊ້ອນດ້ານເສດຖະກິດຂອງກັນ, ພ້ອມທັງຊອກຫາກາລະໂອກາດຮ່ວມມືແລກປ່ຽນການຄ້າ, ລົງທຶນລະຫວ່າງກຸ່ມບໍລິສັດ Vista Land ແລະ ນະຄອນ ເກີນເທີ ໃນອະນາຄົດ.
ເກີນ​ເທີ ເຊື່ອມ​ຕໍ່​ການ​ແລ​ກ​ປ່ຽນ​ການ​ຄ້າ​ກັບ​ວິ​ສາ​ຫະ​ກິດ​ຂອງ ຟີ​ລິບ​ປິນ - ảnh 1 ມູມໜຶ່ງຂອງເມືອງນິງກຽວ - ໃຈກາງນະຄອນ ເກີນເທີ (ພາບ: TTXVN)

ຕາມທ່ານຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ເກີນເທີ ເຢືອງເຕິນຫຽນ ແລ້ວ, ເກີນເທີ ມີບົດບາດ, ທີ່ຕັ້ງ ແລະ ກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ເລື່ອງນັກລົງທຶນ ຟີລິບປິນ ມີຄວາມສົນໃຈເຖິງນະຄອນ ກໍແມ່ນການເລືອກເຟັ້ນທີ່ເໝາະສົມ ເພື່ອເຊື່ອມຕໍ່ບັນດາຜະລິດຕະພັນທີ່ເປັນເອກະລັກຂອງເຂດ. ໄປຄຽງຄູ່ກັນນັ້ນ, ເກິ່ນເທີ ກໍສາມາດຕອບສະໜອງໄດ້ຄວາມປາດຖະໜາກ່ຽວກັບແຫຼ່ງສິນຄ້າກະເສດ, ສິນໃນນ້ຳສະອາດ ເຊິ່ງ Vista Land ພວມມີຄວາມສົນໃຈ.

ຜູ້ຕາງໜ້າກຸ່ມບໍລິສັດ Vista Land (ຟີລິບປິນ) ໃຫ້ຮູ້ວ່າ ປັດຈຸບັນ ກຸ່ມບໍລິສັດ ພວມຊອກຫາກາລະໂອກາດແລກປ່ຽນການຄ້າຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນ ມີ ຫວຽດນາມ ດ້ວຍຄວາມປາດຖະໜາ ຢາກຍົກສູງຄຸນນະພາບຂອງບັນດາຜະລິດຕະພັນ. ຜ່ານການຢ້ຽມຢາມ ເກີນເທີ ຄັ້ງນີ້, ກຸ່ມບໍລິສັດ ກໍຊອກຫາໄດ້ສິນຄ້າຈຳນວນໜຶ່ງທີ່ມີກຳລັງບົ່ມຊ້ອນຫຼາຍຢ່າງ ເພື່ອເອົາໄປແນະນຳຢູ່ ຟີລິບປິນ. ທາງວິສາຫະກິດ ຟີລິບປິນ ກໍໃຫ້ຂໍ້ສັງເກດວ່າ ຍັງມີສິນຄ້າຫຼາຍຊະນິດມີຄວາມສາມາດບົ່ມຊ້ອນ ແລະ ຢາກໃຫ້ທາງນະຄອນ ເກີນເທີ ແນະນຳໃຫ້ຮູ້ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ