ເກີນເທີ:ໄຂງານວາງສະແດງດ້ວຍຫົວຂໍ້“ອະທິປະໄຕຫວຽດນາມຢູ່ທະເລຕາເວັນອອກແລະຮ່ວາງຊາ-ເຈື່ອງຊາ”

ເກີນເທີ:ໄຂງານວາງສະແດງດ້ວຍຫົວຂໍ້“ອະທິປະໄຕຫວຽດນາມຢູ່ທະເລຕາເວັນອອກແລະຮ່ວາງຊາ-ເຈື່ອງຊາ” - ảnh 1
ງານວາງສະແດງໄດ້ດຶງດູດການເຂົ້າຮ່ວມຂອງຜູ້ມາຊົມເປັນຈຳນວນຫຼາຍ
(ພາບ: Duy Khương/TTXVN)

(vovworld) – ຕອນ​ເຊົ້າ​ວັນ​ທີ 26/8, ທີ່​ຫໍພິພິດທະພັນ​ນະຄອນ ​ເກີນ​​ເທີ ​ໄດ້​ໄຂ​ງານ​ວາງສະ​ແດງ​ດ້ວຍ​ຫົວ​ຂໍ້​ວ່າ “ອະທິປະ​ໄຕ​ຫວຽດນາມ​ ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຮ່ວາງ​ຊາ - ​ເຈື່ອງ​ຊາ” ​ແນະນຳ​ແຜນ​ທີ່​ເດີມ​ຂອງ ຫວຽດນາມ ​ແລະ ສາກົນ 90 ​ແຜ່ນ, ພ້ອມ​ກັບ​​ເອກະສານ, ວັດຖຸ​ພັນ, ຮູບ​ພາບ​ກ່ວາ 100 ຢ່າງ​ເຊິ່ງ​ແມ່ນ​ເອກະສານ​ວິທະຍາສາດ​ ​ແລະ ​ເປັນ​ພະຍານ​ຫຼັກ​ຖານ​ຢັ້ງຢືນ​ອະທິປະ​ໄຕ​ຂອງ ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລ​ະ ສຳລັບ 2 ໝູ່​ເກາະ ຮ່ວາງ​ຊາ ​- ​ເຈື່ອງ​ຊາ. ບັນດາ​ຮູບ​ແບບ​ເອກະສານກ່ຽວ​ກັບ​ຊີວິດ, ການ​ດຳ​​ເນີນ​ຊີວິດ​ຂອງ​ພະນັກງານ​, ນັກຮົບ, ປະຊາຊົນ​ໃນ​​ເກາະ​ແຫ່ງ​ຕ່າງໆ​ຂຶ້ນ​ກັບ​ໝູ່​​ເກາະ ​ເຈື່ອງ​ຊາ ກໍ່​ຄື​ບັນດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ຂອງ​ພະນັກງານ, ນັກຮົບ, ປະ​ຊາ​ຊົນ​ໃນ​​ເຂດ​ດິນ​ຕໍ່​ແຜ່ນ, ​ໃນ​ນັ້ນ​ມີ​ນະຄອນ ​ເກີນ​​ເທີ​ມຸ່ງ​ໄປ​ສູ່​ເຂດ​ທະ​ເລ, ໝູ່​ເກາະ​ຂອງ​ບ້ານ​ເກີດ​​ເມືອງ​ນອນ. ທ່ານ ດັ້ງ​ທ໋າຍຮ່ວາ, ຮອງ​ຜູ້ອຳນວຍການ​ພະ​ແນກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ນະຄອນ ​ເກີນ​​ເທີ, ​ໃຫ້​ຮູ້​ວ່າ:

    “ຕາມ​ການ​ຊີ້​ນຳ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ ​ແລະ ຂອງ​ລະບົບ​ການ​ເມືອງ​ຂອງ​ນະຄອນ ​ເກີນ​ເທີ ​ແລ້ວ, ນອກຈາກ​ງານ​ວາງສະ​ແດງ​ແນະນຳ​ຮູ​ບພາບ​ເປັນ​ພື້ນຖານ​ຢັ້ງຢືນ​ໝູ່​ເກາະ ​ເຈື່ອງ​ຊາ - ຮ່ວາງ​ຊາ ​ແມ່ນ​ຂ​ອງ ຫວຽດນາມ ນັ້ນ. ບັນດາ​ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ຈະ​ສືບ​ຕໍ່​ໂຄສະນາ​ເຖິງ​ພໍ່​ແມ່​ປະຊາຊົນ, ​ເຖິງ​ສະມາ​ຊິກ, ສະມາຊິກ​ຄະນະ​ຊາວ​ໜຸ່ມ​ຂອງ​ຕົນ. ສຳລັບ​ຂະ​ແໜງ​ວັດທະນະທຳ ພວກ​​ເຮົາ​ຕ້ອງ​ມີ​ການ​ໂຄສະນາ ດ້ວຍ​ພາບ​ລະດົມ​ກຳລັງ​ໃຈ, ປ້າຍຄຳ​ຂວັນ​ເພື່ອ​ສືບ​ຕໍ່​ໂຄສະນາ​ໃຫ້​ປະຊາຊົນ​ເຂົ້າ​ໃຈ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ. ຈາກ​ນັ້ນ, ຍົກ​ສູງ​ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງປະ​ເທດ​ຕົນ.”


ຂ່າວ/ບົດ​ອື່ນ