ເກັບກຳແລະເສີມຂະຫຍາຍບັນດາມໍລະກົດຂອງບັນດານັກຄົ້ນຄວ້າປະຫວັດສາດຫວຽດນາມ

(VOVWORLD) -ຜ່ານການເຄື່ອນໄຫວມາເປັນເວລາ 1 ທົດສະວັດ, ມາຮອດປະຈຸບັນ, ທາງສູນໄດ້ສ້າງຕັ້ງຫ້ອງເກັບຮັກສາຂອງນັກວິທະຍາສາດ 1.800 ຄົນທີ່ຂຶ້ນກັບຫຼາຍຂົງເຂດທີ່ແຕກຕ່າງກັນ

ເກັບກຳແລະເສີມຂະຫຍາຍບັນດາມໍລະກົດຂອງບັນດານັກຄົ້ນຄວ້າປະຫວັດສາດຫວຽດນາມ - ảnh 1 ການໂອ້ລົມສົນທະນາ

(ພາບຈາກຄະນະຈັດຕັ້ງ)

ວັນທີ 19 ກໍລະກົດ, ຢູ່ສວນສາທາລະນະມໍລະດົກບັນດານັກຄົ້ນຄວ້າປະຫວັດສາດຫວຽດນາມ, ເມືອງ ກາວແລ້ງ, ແຂວງ ຮ່ວາບິ່ງ, ສູນມໍລະດົກບັນດານັກວິທະຍາສາດຫວຽດນາມ ໄດ້ຈັດການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “ສະສົມ ແລະ ເສີມຂະຫຍາຍມໍລະດົກຂອງບັນດານັກຄົ້ນຄວ້າປະຫວັດສາດຫວຽດນາມ”.

        ຜ່ານການເຄື່ອນໄຫວມາເປັນເວລາ 1 ທົດສະວັດ, ມາຮອດປະຈຸບັນ, ທາງສູນໄດ້ສ້າງຕັ້ງຫ້ອງເກັບຮັກສາຂອງນັກວິທະຍາສາດ 1.800 ຄົນທີ່ຂຶ້ນກັບຫຼາຍຂົງເຂດທີ່ແຕກຕ່າງກັນ, ໃນນັ້ນຂົງເຂດວິທະຍາສາດປະຫວັດສາດມີນັກວິທະຍາສາດ 95 ຄົນ. ມີເອກະສານ, ວັດຖຸພັນ 80.000 ຢ່າງ, ພາບຖ່າຍນັບຮ້ອຍແຜ່ນ; ເທບບັນທຶກ, ວີດີໂອຂອງນັກວິທະຍາສາດປະຫວັດ 95 ຄົນໄດ້ຮັບການເກັບກຳ, ສ້າງຂີດໝາຍຄວາມມານະພະຍາຍາມຂອງສູນດັ່ງກ່າວໃນການຄົ້ນຄວ້າປະຫວັດສາດກ່ຽວກັບຊີວິດຂອງບັນດານັກປະຫວັດສາດ.

        ເນື່ອງໃນໂອກາດນີ້, ທ່ານສາດສະດາຈານ, ຄູປະຊາຊົນ ຫວູເຢືອງນິງ, ອະດີດຫົວໜ້າພະແນກສາກົນວິທະຍາ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ຮ່າໂນ້ຍ ໄດ້ມອບເອກະສານ, ວັດຖຸພັນເກືອບ 700 ຢ່າງ, ເຊິ່ງແມ່ນຜົນງານການຄົ້ນຄວ້າຂອງທ່ານໃນຫຼາຍປີຜ່ານມາໃຫ້ສູນມໍລະດົກບັນດານັກວິທະຍາສາດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ