ເກືອບ 1%ຈຳນວນ ປະຊາກອນຫວຽດ ນາມບໍລິຈາກເລືອດ ໂດຍສະໝັກໃຈ

ເກືອບ 1%ຈຳນວນ ປະຊາກອນຫວຽດ ນາມບໍລິຈາກເລືອດ ໂດຍສະໝັກໃຈ - ảnh 1
ການ​​ເຄື່ອນ​ໄຫວບໍລິຈາກ​ເລືອດ​ໂດຍ​ສະໝັກ​ໃຈ
(ພາບ: internet)

Vovworld- ຕອນ​ເຊົ້າ​ວັນ​ທີ 16/3 ຢູ່​ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​​ແຫ່ງ​ຊາດບັ້ນ​ຂົນ ຂວາຍບໍລິຈາກເລືອດໂດຍ ສະໝັກໃຈຂອງຫວຽດນາມໄດ້ຈັດກອງປະຊຸມທົ່ວປະເທດໂດຍສະຫຼຸບວຽກງານບັ້ນຂົນຂວາຍບໍລິຈາກເລືອດໂດຍສະໝັກໃຈໄລຍະ 2008-2011 ແລະ ທິດທາງໜ້າທີ່ໄລຍະ 2012-2015. ໃນໄລຍະ 2008-2011, ທົ່ວປະເທດໄດ້ ຂົນຂວາຍ ແລະ ຮັບເອົາເລືອດບໍລິຈາກເລືອດໂດຍ ສະໝັກໃຈລວມ 690.000 ກ່ວາລິດ ແລະ ໃນປີ 2011 ປະລິມານ ເລືອດບໍລິຈາກ ໂດຍສະໝັກໃຈແມ່ນກວມເກືອບ 90%. ເພື່ອແກ້ໄຂສະພາບການຂາດແຄນ ເລືອດໃນການ ປິ່ນປົວຄົນເຈັບໄລຍະ 2012-2015, ທ່ານ ວໍ້ດິງວິງ ຫົວໜ້າ​ຫ້ອງ​ວ່າການ​ຄະນະ​ຊີ້​ນຳ​​ແຫ່ງ​ຊາດບັ້ນ​ຂົນ ຂວາຍບໍລິຈາກ ເລືອດໂດຍສະໝັກໃຈ​ໃຫ້​ຮູ້​ວ່າ : 

  “ ຄະນະ​ຊີ້​ນຳ​​ແຫ່ງ​ຊາດບັ້ນ​ຂົນ ຂວາຍບໍລິຈາກເລືອດໂດຍສະໝັກໃຈສືບ​ຕໍ່​ໂຄສະນາຍົກ​ສູງ​ລະດັບ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນກ່ຽວກັບຜົນປະໂຫຍດຂອງ ການບໍລິຈາກເລືອດໂດຍສະໝັກໃຈເພື່ອກອບກູ້ເອົາຊີວິດມະນຸດ ແລະ ຄວາມ ປອດໄພໃນການສົ່ງເລືອດ. ຢາກເຮັດໄດ້ສິ່ງດັ່ງກ່າວ, ກ່ອນອື່ນໝົດຈາກຂັ້ນ ສູນກາງລົງຮອດຮາກຖານຕ້ອງກໍ່ສ້າງ ຖັນແຖວທີ່ຫຼັກແຫຼ່ງແກ່ນສານ, ນັ້ນແມ່ນຜູ້ ອາສາສະໝັກ, ນັກໂຄສະນາ. ພ້ອມກັນນັ້ນ, ກໍຕ້ອງສ້າງກົນໄກ ນະໂຍບາຍ ໃຫ້ແກ່ບັນດາຜູ້ເຮັດວຽກງານບໍລິຈາກເລືອດໂດຍສະໝັກໃຈ ແລະ ມີການເຂົ້າ ຮ່ວມຂອງອຳນາດ ການປົກຄອງ, ອົງການ,  ຂະແໜງການຂັ້ນຕ່າງໆ ”

    ປະຈຸບັນ, ຫວຽດນາມມີສູນສົ່ງເລືອດລະດັບພາກ 4 ແຫ່ງ ແລະ ລະດັບເຂດ 4 ແຫ່ງ. ບັນດາຮາກຖານ ໄດ້ຜັນຂະຫຍາຍຫຼາຍຮູບແບບຮັບການບໍລິຈາກເລືອດ ຢູ່ກັບບ່ອນ ແລະ ເຄື່ອນທີ່, ພ້ອມທັງຈັດຫຼາຍເຫດການ ບໍລິຈາກເລືອດໂດຍ ສະໝັກໃຈຄັ້ງໃຫຍ່ຢ່າງສຳເລັດຜົນ.
ຂ່າວ/ບົດ​ອື່ນ