ເກືອບ 5,5 ລ້ານຄົນໃນໂລກເສຍຊີວິດຍ້ອນໂລກລະບາດໂຄວິດ-19

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າ 290,6 ລ້ານຄົນ ແລະ ມີຜູ້ເສຍຊີວິດເກືອບ 5,5 ລ້ານຄົນ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີ ຂອງວັນທີ 03 ມັງກອນ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າ 290,6 ລ້ານຄົນ ແລະ ມີຜູ້ເສຍຊີວິດເກືອບ 5,5 ລ້ານຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນເກືອບ 255 ລ້ານຄົນ.

        ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກເກືອບ 820.000 ຄົນ ແລະ ມີຜູ້ເສຍຊີວິດເກືອບ 3.000 ຄົນ. ອາເມລິກາ, ອິນເດຍ, ບຣາຊິນ, ອັງກິດ, ລັດເຊຍ, ຝລັ່ງ… ແມ່ນບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19.

        ສ່ວນຢູ່ ຫວຽດນາມ, ນັບແຕ່ເມື່ອເກີດໂລກລະບາດໂຄວິດ-19 ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 1.778.976 ຄົນ, ຢືນອັນດັບທີ 31/224 ປະເທດ ແລະ ເຂດແຄ້ວນ, ໃນຂະນະທີ່ອັດຕາຜູ້ຕິດເຊື້ອ/1 ລ້ານຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1.397.157 ຄົນ, ມີຜູ້ເສຍຊີວິດແມ່ນ 33.021  ຄົນ, ກວມເອົາ 1,9% ຈຳນວນຜູ້ຕິດເຊື້ອພະຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ