ເຂດຕາເວັນຕົກພາກໃຕ້ມີຫຼາຍຂົງເຂດພັດທະນາພົ້ນເດັ່ນ

ເຂດຕາເວັນຕົກພາກໃຕ້ມີຫຼາຍຂົງເຂດພັດທະນາພົ້ນເດັ່ນ - ảnh 1
(ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້
ກ່າ​ວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ)


(vovworld) – ​ຕອນ​ບ່າຍ​ວັນ​ທີ 08/01, ຢູ່​ນະ​ຄອນ​ເກ​ີນ​ເທີ, ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ໄດ້​ຈັດ​ກອງ​ປະ​ຊຸມ​ສະ​ຫຼຸບ​ປີ 2016 ແລະ ປຶກ​ສາ​ຫາ​ລື​ທິດ​ທາງ, ໜ້າ​ທີ່​ວຽກ​ງານ​ປີ 2017. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້,  ໄດ້​ຮຽກ​ຮ້ອງ​ໃຫ້ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ປະ​ຕິ​ບັດ​ສຳ​ເລັດ​ການ​​ວາງ​ແຜນ​ຜັງ​ເຂດ​ໂດຍ​ໄວ​ຮັບ​ມື​ກັບ​ເງື່ອ​ນ​ໄຂ​​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ສ້າງ​ພື້ນ​ຖານ​ເສ​ດ​ຖະ​ກິດ​ຄືນ​ໃໝ່. ຜັນ​ຂະ​ຫຍາຍ​ກົດ​ລະ​ບຽ​ບ​ສົມ​ທົບ​ກັນ​ໃນ​ການ​ເຊື່ອມ​ຕໍ່​ເຂດ, ເອົາ​ໃຈ​ໃສ່​ເຖິງການ​ພັດ​ທະ​ນາ​ລະ​ບົບ​ມູນ​ຄ່າ​ໃຫ້ 4 ໝວດ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຈຸດ​ສຸມ​ຂອງ​ເຂດ​ແມ່ນ: ກ​ຸ້ມ, ປາ​ຈາ, ເຂົ້າ​ສານ ແລະ ໝາກ​ໄມ້.

        ຕາມ​ບົດ​ລາຍ​ງານ​ຂອງ​ຄະ​ນ​ະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ແລ້ວ, ປີ 2016, ເສດ​ຖະ​ກິດ​ສັງ​ຄົມ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ສືບ​ຕໍ່​ມີ​ບາດ​ກ້າວ​ພັດ​ທະ​ນາ, ລະ​ດັບ​ເຕີບ​ໂຕ​ເສດ​ຖະ​ກິດ​ຄາດ​ວ່າ​ບັນ​ລຸ 6,9% ສູງກວ່າ​ລະ​ດັບ​ສະ​ເລ​່ຍ​ຂອງ​ທົ່ວ​ປະ​ເທດ. ບາງ​ຄາດ​ໝາຍ​ເສດ​ຖະ​ກິດ​ເຊິ່ງ​ສູ້​ສົນ​ປະ​ຕິ​ບັດ​ໃນ​ປີ 2017 ຂອງເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ນັ້ນ​ແມ່ນ, ລະ​ດັບ​ເຕີບ​ໂຕ​ເສດ​ຖະ​ກິດ​ບັນ​ລຸ 7,9%, ວົງ​ເງິນ​ສົ່ງ​ອອກບັນ​ລຸ 22 ຕື້ USD, ລາຍ​ຮັບ​ງົບ​ປະ​ມານ​ບັນ​ລຸ 75.500 ຕື້​ດົ່ງ.

ຂ່າວ/ບົດ​ອື່ນ