ເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ຫວຽດນາມ ມຸ່ງໄປເຖິງພື້ນຖານການຜະລິດຂຽວຢ່າງໝັ້ນຄົງ

ເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ຫວຽດນາມ ມຸ່ງໄປເຖິງພື້ນຖານການຜະລິດຂຽວຢ່າງໝັ້ນຄົງ - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 07/11, ຢູ່​ແຂວງ ຊອກ​ຈັງ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ “ມຸ່ງ​ໄປ​ເຖິງ​ພື້ນ​ຖານ​ການ​ຜະລິດ​ຂຽວ​ຢ່າງ​ໝັ້ນຄົງ”, ການ​ເຄື່ອນ​ໄຫວ​ແມ່ນ​ນອນ​ໃນ​ຂອບ​ເຂດ​ເວທີ​ປາ​ໄສເຂດ​ທົ່ງພຽງ​ແມ່ນ​ນ້ຳຂອງທາງ​ພາກ​ໃຕ້​ຫວຽດນາມ 2014 (MDEC 2014). ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ເນັ້ນ​ໜັກ​ເຖິງ​ບັນຫາ​ເຕີບ​ໂຕ​ຂຽວ ​ແລະ ການ​ເຕີບ​ໂຕ​ໂດຍ​ມະນຸດ ​ແລະ ​ເພື່ອ​ມະນຸດ ປະກອບສ່ວນ​ແກ້​ໄຂ​ຄວາມ​ຕ້ອງການ​ເຕີບ​ໂຕ​ຢ່າງ​ແໝະສົມ ຕິດ​ພັນ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໝັ້ນຄົງ.

        ກອງ​ປະຊຸມ​ແມ່ນ​ການ​ເຈລະຈາ​ຫຼາຍ​ຝ່າຍ, ​ເພື່ອ​ແນ​ໃສ່​ເພີ່ມ​ການ​ສຳ​ພັດ​ບັນດາການ​ບໍລິການພື້ນຖານ ​ແລະ ປັບປຸງ​ພື້ນຖານ​ໂຄງ​ລ່າງ, ​ມຸ່ງ​ໄປ​ເຖິງ​ເສດຖະກິດ​ຂຽວ. ຕາມ​ນັ້ນ​ແລ້ວ, ການ​ເຕີບ​ໂຕ​ຂຽວ​ຕ້ອງ​ອີງ​ໃສ່​ການ​ເພີ່ມ​ທະວີ​ການ​ລົງທຶນ ​ແລະ ອະນຸລັກ​ຮັກສາ, ພັດທະນາ ​ແລະ ນຳ​ໃຊ້​ບັນດາ​ແຫຼ່ງທຶນ​ຈາກ​ທຳ​ມະ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ… ຜ່ານ​ນັ້ນ ລະດົມ​ການ​ເຕີບ​ໂຕ​ເສດຖະກິດ​ໃນ​ເງື່ອນ​ໄຂ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ຂ່າວ/ບົດ​ອື່ນ