ເຂດປູຊະນີຍະສະຖານໂຟ໋ຮ໋ຽນ,ແຂວງຮືງອຽນໄດ້ຮັບໃບຢັ້ງຢືນແມ່ນເຂດປູຊະນີຍະສະຖານລະດັບຊາດພິເສດ

ເຂດປູຊະນີຍະສະຖານໂຟ໋ຮ໋ຽນ,ແຂວງຮືງອຽນໄດ້ຮັບໃບຢັ້ງຢືນແມ່ນເຂດປູຊະນີຍະສະຖານລະດັບຊາດພິເສດ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເຂົ້າ​ຮ່ວມ​ພິ​ທີ
(ພາບ: Nguyễn Khang - TTXVN)

(vovworld) – ​​ຕອນ​ຄ່ຳ​ວັນ​ທີ 26/4, ແຂວງ ຮືງ​ອຽນ ໄດ້​ຈັດ​ຕັ້ງ​ພິ​ທີ​ຮັບ​ໃບ​ຢັ້ງ​ຢືນ ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ​ໂຟ໋​ຮ໋ຽນ ​ເປັນ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ລະ​ດັບຊາດ​ພິ​ເສດ​ ແລະ ໄຂ​ບັນ​ດາ​ງານ​ບຸນ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ ໂຟ໋​ຮ໋ຽນ ປີ 2015. ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ແລະ ​ຜູ້ຕາງ​ໜ້າ​ການນ​ຳ​ບາງ​ກະ​ຊວງ, ຂະ​ແໜງ​ການ​ສູນ​ກາງ, ທ້ອງ​ຖິ່ນ​ພ້ອມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ໃນ​ແຂວງ ຮືງ​ອຽນ ເຂົ້າ​ຮ່ວ​ມ​ເປັນ​ຈຳ​ນວນຫຼ​ວງ​ຫຼາຍ. ອວຍ​ພອນ​ ​ແຂວງ ຮືງ​ອຽນ ໃນ​ວັນ​ໄຂ​ງາ​ນ​ບຸນ ໂຟ໋​ຮ໋ຽນ ແລະ ຕ້ອນ​ຮັບ​ໃບ​ຢັ້ງ​ຢືນ​ເປັນ​ປູ​ຊະ​ນີ​ຍະ​ສະ​ຖານ​ພິ​ເສດ, ທ່ານ​​ນາງລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ດັ້ງ​ທິ​ບີກ​ລຽນ ເນັ້ນ​ໜັກ​ວ່າ: ເຂດ​​ປູ​ຊະ​ນີ​ຍະ​ສະ​ຖານ ໂຟ໋​ຮ໋ຽນ ບໍ່​ພຽງ​ແຕ່​ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ​ທີ່​ລຳ​້​ຄ່າ​ເທົ່າ​ນັ້ນ ຫາກ​ຍັງ​ນຳ​ມາ​ເຊິ່ງ​ຄວາມ​ໝາຍ​ດ້ານ​ການ​ສຶກ​ສາ​​ມູນ​ເຊື້ອ​ໃຫ້​ແກ່​ລຸ້ນຫຼັງ, ປະ​ກອບ​ສ່ວນ​ດຶງ​ດູດ​ແຂ​ກ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ແຂ​ວງ ຮືງ​ອຽນ ຄວນ​ສຸມ​ໃສ່​ຍູ້​ແຮງ​ການ​ໂຄ​ສະ​ນາ​​ໃຫ້​​ປະ​ຊາ​ຊົນ​ກ່ຽວ​ກັບ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ບ້ານ​ເກີດ​ເມືອງນອນ, ຜັນ​ຂະ​ຫຍາຍ​ບັນ​ດາ​​ໂຄງ​ການ​ອະ​ນຸ​ລັກ​ຮັກ​ສາ​ຕົວ​ເມືອງ​ເກົ່າ ໂຟ໋​ຮ໋ຽນ, ນຳ ໂຟ໋​ຮ໋ຽນ ກາຍ​ເປັນສະ​ຖານ​ທ​ີ່​ທ່ອງ​ທ່ຽວ​ທ​ີ່​ດຶງ​ດູດ.

 


ຂ່າວ/ບົດ​ອື່ນ