ເຂດອຸດສາຫະກຳຮ່ວມ Kaesong ຈະເປີດປະຕູຄືນໃຫມ່ໃນວັນທີ 16/9

ເຂດອຸດສາຫະກຳຮ່ວມ Kaesong ຈະເປີດປະຕູຄືນໃຫມ່ໃນວັນທີ 16/9 - ảnh 1
ພາບປະກອບ:internet


(vovworld)- ວັນ​ທີ 11/9, ສຳນັກ​ຂ່າວສານ Yonhap ​ໄດ້​ໃຫ້​ຂ່າວ​ວ່າ: ​ເຈົ້າ​ຫນ້າ​ທີ່ ສອງ​ພາກ​ເກົາຫລີ ​ໄດ້​ເຫັນ​ດີ​ເປີດ​ປະຕູ​ເຂດ​ອຸດສາຫະກຳ Kaesong ຄືນ​ໃຫມ່​ໃນ​ວັນ​ທີ 16/9. ຕາມຂໍ້​ຕົກລົງ​ແລ້ວ, ບັນດາ​ວິ​ສາ​ຫະກິດ ສ​ເກົາຫລີ ກັບ​ຄືນ​ເຂດ​ອຸດສາຫະກຳ Kaesong ຈະ​ຖືກ​ຍົກ​ເວັ້ນພາສີ​ຮອດ​ປີ 2013.  ຂໍ້​ຕົກລົງ​ນີ້​ກໍ​ຮຽກຮ້ອງ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຊົດ​ເຊີຍ​ໃຫ້​ແກ່​ບັນດາ​ບໍລິສັດ ສ​ເກົາຫລີ ທີ່​ຖືກ​ຜົນ​ສະທ້ອນ​ຈາກ​ການ​ປິດ​ປະຕູ​ໃນ​ເດືອນ 4 ​ຂະນະ​ທີ່​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ຢູ່​ແຫລມ​ເກົາຫລີ. ​ເຂດ​ອຸດສາຫະກຳ​ນີ້​ໄດ້​ຮັບ​ຖື​ວ່າ ​ແມ່ນ​ແຫ​ລ່ງ​ເງິນຕາ​ຕ່າງປະ​ເທດ​ສຳຄັນ​ໃຫ້​ແກ່ ສປປ ​ເກົາຫລີ. ດ້ວຍ​ກຳມະກອນ ສປປ ​ເກົາຫລີ 53.000 ຄົນ​ເຮັດ​ວຽກ​ຢູ່ກວ່າ 120 ບໍລິສັດ​ສ​ເກົາຫລີ, ​ເຂດ​ອຸດສາຫະກຳ​ນີ້​​ໄດ້​ນຳ​ມາ​ເຊິ່ງລາຍ​ຮັບ​ນັບ​ຮ້ອຍ​ລ້ານ USD ​ໃນ​ແຕ່ລະ​ປີ.

 

 

 

 

 

 

 

ຂ່າວ/ບົດ​ອື່ນ