ເຂດຮ່ອງຮອຍປະຫວັດສາດປະຕິວັດ ຫວຽດນາມ -ລາວ ຢູ່ ແຂວງເຊີນລາ ຮັບໃບຢັ້ງຢືນເຂດປູຊະນີຍະສະຖານພິເສດແຫ່ງຊາດ

(VOVWORLD) -ເຂດຮ່ອງຮອຍປະຫວັດສາດປະຕິວັດ ຫວຽດນາມ -ລາວ ເປັນກຽດໄດ້ຮັບໃບຢັ້ງຢືນ ເຂດປູຊະນີຍະສະຖານພິເສດແຫ່ງຊາດແມ່ນເຫດການມີຄວາມໝາຍສຳຄັນ
ເຂດຮ່ອງຮອຍປະຫວັດສາດປະຕິວັດ ຫວຽດນາມ -ລາວ ຢູ່ ແຂວງເຊີນລາ ຮັບໃບຢັ້ງຢືນເຂດປູຊະນີຍະສະຖານພິເສດແຫ່ງຊາດ - ảnh 1

ຕອນເຊົ້າວັນທີ 29 ສິງຫາ ຢູ່ ເຂດຮ່ອງຮອຍປະຫວັດສາດປະຕິວັດ ຫວຽດນາມ -ລາວ( ບ້ານລາວໂຄ 1, ຕາແສງ ພຽງຄວ່າຍ ເມືອງ ອຽນເຈົາ) ແຂວງເຊີນລາ ຈັດຕັ້ງພິທີສະເຫລີມສະຫລອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ -ລາວ (5/9/1962 – 5/9/2022); 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ, ການຮ່ວມມື ຫວຽດນາມ- ລາວ,ລາວ -ຫວຽດນາມ (18/7/1977 – 18/7/2022)  ແລະຕ້ອນຮັບໃບຢັ້ງຢືນ ຈັດອັນດັບເຂດປູຊະນີຍະສະຖານພິເສດແຫ່ງຊາດ ເຂດປູຊະນີຍະສະຖານປະຫວັດສ າດປະຕິວັດ ຫວຽດນາມ -ລາວ.

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຫືງດົງ, ເລຂາພັກແຂວງເຊີນລາ ຢັ້ງຢືນ: ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ຫວຽດນາມ -ລາວ ໂດຍປະທານໂຮ່ຈີມິນ ແລະ ປະທານໄກສອນ ພົມວິຫານ ກໍ່ຕັ້ງ ແລະໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຈາກການນຳ, ປະຊາຊົນສອງປະເທດຫລາຍລຸ້ນຄົນ. ເຂດຮ່ອງຮອຍປະຫວັດສາດປະຕິວັດ ຫວຽດນາມ -ລາວ ເປັນກຽດໄດ້ຮັບໃບຢັ້ງຢືນ ເຂດປູຊະນີຍະສະຖານພິເສດແຫ່ງຊາດແມ່ນເຫດການມີຄວາມໝາຍສຳຄັນ, ຢັ້ງຢືນການພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ຍືນຍົງຄົງຕົວໝັ້ນຄົງໃນເສັ້ນທາງແຫ່ງການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ