ເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມປະຕິບັດມາດຕະການຫຼາຍຢ່າງເພື່ອບັນລຸຄາດໝາຍເຕີບໂຕ
(ພາບປະກອບອີນເຕີແນັດ)
(vovworld) - ປີ 2016, ຄາດໝາຍເຕີບໂຕໃນການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມ ພຽງບັນລຸກວ່າ 28 ຕື້ USD, ຕ່ຳກວ່າ 1,7 ຕື້ USD ເມື່ອທຽບໃສ່ຄາດໝາຍທີ່ໄດ້ວາງອອກຍາມຕົ້ນປີ. ເຖິງວ່າໄດ້ຮັບການຄາດຄະເນວ່າປີ 2017 ຈະສືບຕໍ່ປະສົບກັບຄວາມຫຍຸ້ງຍາກ, ແຕ່ຂະແໜງຕ່ຳແຜ່ນຕັດຫຍິບຂອງຫວຽດນາມ ຍັງວາງອອກຄາດໝາຍເຕີບໂຕແມ່ນ 6,5% - 7%, ບັນລຸກວ່າ 30 ຕື້ USD, ສູງກວ່າປີ 2016. ເພື່ອບັນລຸໄດ້ຜົນງານສູງ, ນັບແຕ່ຕົ້ນປີ, ທົ່ວຂະແໜງໄດ້ປະຕິບັດມາດຕະການຫຼາຍຢ່າງທີ່ຖືລັກສະນະກະໂດດຂັ້ນ. ທ່ານເລຕ໋ຽນເຈື່ອງ, ຜູ້ອຳນວຍການບໍລິສັດເຄື່ອງຕຳແຜ່ນຕັດຫຍິບຫວຽດນາມ ໃຫ້ຮູ້ວ່າ.
“ຄາດໝາຍໃນປີ 2017, ຂະແໜງຕ່ຳແຜ່ນຕັດຫຍິບຫວຽດນາມ ບັນລຸລະດັບເຕີບໂຕກວ່າ 7% ເມື່ອທຽບໃສ່ລະດັບສູ້ຊົນລື່ນກາຍ 30 ຕື້ USD, ນີ້ແມ່ນຄາດໝາຍເປັນສິ່ງທ້າທາຍ ໃນນັ້ນສືບຕໍ່ສຸມໃສ່ເຂົ້າວຽກງານເພີ່ມອັດຕາສ່ວນໃນຕະຫຼາດ, ພິເສດແມ່ນຢູ່ເອີລົບ ດ້ວຍບັນດາສັນຍານຂອງ FTA ຫວຽດນາມ - ອີຢູ ຈະມີຜົນສັກສິດນັບແຕ່ປີ 2018. ນີ້ແມ່ນຕະຫຼາດຈຸດສຸມ, ພ້ອມກັນນັ້ນກໍ່ຂຸດຄົ້ນບັນດາສັນຍາການຄ້າຫວຽດນາມ ກັບ ສະຫະພັນເສດຖະກິດອາຊີ - ເອີລົບ ຢ່າງມີປະສິດທິຜົນກວ່າ. ນີ້ກໍ່ແມ່ນຕະຫຼາດເຊິ່ງອັດຕາສ່ວນໃນຕະຫຼາດຫວຽດນາມ ຍັງນ້ອຍຢູ່”.