ເຄື່ອງສິລະປະຫັດຖະກຳ ຫວຽດນາມ ຢູ່ງານຕະຫລາດນັດ Paris ດຶງດູດຜູ້ເຂົ້າຊົມຢ່າງຫລວງຫລາຍ

ເຄື່ອງສິລະປະຫັດຖະກຳ ຫວຽດນາມ  ຢູ່ງານຕະຫລາດນັດ Paris ດຶງດູດຜູ້ເຂົ້າຊົມຢ່າງຫລວງຫລາຍ - ảnh 1
ເຄື່ອງສິລະປະຫັດຖະກຳ ຫວຽດນາມ
ພາບປະກອບ:internet

(vovworld) -  ຮ້ານ​ວາງສະ​ແດງ​ຂອງ ຫວຽດນາມ 10 ຮ້ານ ຢູ່ ງານ​ຕະຫລາດນັດ​ລະດູບານ​ໃຫມ່ Paris ປີ 2012 ຊຶ່ງ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 28/4 ​ເຖິງ​ວັນ​ທີ 8/5 ດ້ວຍ​ຜະລິດ​ຕະພັນ​ເຄື່ອງ​ສິລະ​ປະຫັດຖະກຳ, ​ແພ​ໄໝ ພວມ​ດຶງ​ດູດ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຈາກເພື່ອນ​ມິດ ຝລັ່ງ ​ແລະ ສາກົນ​. ນີ້​ແມ່ນ​ງານ​ຕະຫລາດນັດ​ທີ່​ມີ​ຂອບ​ຂະຫນາດ​ໃຫຍ່​ກວ່າ​ໝູ່​ຢູ່ ຝລັ່ງ ດ້ວຍ​ຮ້ານ​ວາງສະ​ແດງ 3.400 ຮ້ານ, ​ໃນ​ນັ້ນ​ວາງສະ​ແດງສິນຄ້າ​ຫລາຍ​ປະ​ເພດ​ ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາ​ປະ​ເທດ​ຢູ່ ອາຊີ, ອາ​ຟຼິກາ, ອາ​ເມ​ລິ​ກາ​ລາຕີ​ນ.  ນາງ Mai Lien ​ເຈົ້າ​ຂອງຮ້ານ Mai Lien ຢູ່​ງານ​ຕະຫລາດນັດ Paris ​ໄດ້​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ Paris 4 ຄັ້ງ ​ແລ້ວ​ໃຫ້​ຮູ້​ວ່າ:

        “​ເພື່ອ​ນມິດສາ​ກົນ​ມີ​ຄວາມ​ນິຍົມ​ຮ້ານ​ວາງສະ​ແດງ​ຂອງ ຫວຽດນາມ ທີ່​ສຸດ, ບາງ​ມື້​ເຂົາ​ເຈົ້າ​ມາ​ຊົມ ​ແລະ ຊື້​ເຄື່ອງ​ຂອງ, ມື້​ຕໍ່​ມາ​ພາ​ໝູ່​ເພື່ອນ​ເຂົ້າ​ຊົມ.​ ພວກຂ້າພະ​ເຈົ້າ​ດີ​ໃຈ​ຫລາຍ​ເມື່ອ​ໄດ້​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ Paris, ​ເພື່ອ​ແນະນຳບັນດາ​ຜະລິດ​ຕະພັນ​ຂອງ ຫວຽດນາມ​ ກັບ​ເພື່ອນ​ມິດສາ​ກົນ​.”

 

 

 

ຂ່າວ/ບົດ​ອື່ນ