ເຄື່ອງ​ໝາຍ​​ການ​ຄ້າແຫ່ງ​ຊາດ ຫວຽດ​ນາມ - ຍົກ​ສູງ​ທີ່​ຕັ້ງ, ​ ພັດ​ທະ​ນາ​ກ້າວ​ໄກ

(VOVWORLD) -ທ່ານ ໂດທັ໊ງຫ໋າຍ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຂໍ້ສັງເກດວ່າ,ຫວຽດນາມ ໄດ້ຮັບຖືວ່າແມ່ນຈຸດພົ້ນເດັ່ນ ຍ້ອນ ຄຸນຄ່າເຄື່ອງໝາຍການຄ້າແຫ່ງຊາດ ໄດ້ເພີ່ມຂຶ້ນ ພ້ອມກັບໝາກຜົນທີ່ບັນລຸໄດ້ໃນຂົງເຂດ ເສດຖະກິດ ສັງຄົມ, ໂດຍຢັ້ງຢືນໄດ້ອິດທິພົນຊື່ສຽງ ແລະ ທີ່ຕັ້ງທີ່ນັບມື້ນັບສູງຂຶ້ນບົນເວທີສາກົນ.
ເຄື່ອງ​ໝາຍ​​ການ​ຄ້າແຫ່ງ​ຊາດ ຫວຽດ​ນາມ - ຍົກ​ສູງ​ທີ່​ຕັ້ງ, ​ ພັດ​ທະ​ນາ​ກ້າວ​ໄກ - ảnh 1ທ່ານ ໂດທັ໊ງຫ໋າຍ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກ່າວຄຳເຫັນໄຂເວທີປາໄສ

“ລຳດັບຄຸນຄ່າຂອງເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ ບົນຕາຕະລາງຈັດອັນດັບຂອງໂລກ ແລະ ນອນໃນກຸ່ມເຄື່ອງໝາຍການຄ້າເຂັ້ມແຮງ ຍ້ອນມີຄວາມມານະພະຍາຍາມຂອງ ລັດຖະບານ ກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ແລະ ຄວາມມານະພະຍາຍາມຂອງວິສາຫະກິດໃນການກໍ່ສ້າງເຄື່ອງໝາຍການຄ້າ”. ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກຢູ່ເວທີປາໄສເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ປີ 2022 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ສົມທົບກັບກະຊວງການຕ່າງປະເທດ ຈັດຂຶ້ນໃນຕອນບ່າຍວັນທີ 20 ເມສາ.

ທ່ານ ໂດທັ໊ງຫ໋າຍ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຂໍ້ສັງເກດວ່າ,ຫວຽດນາມ ໄດ້ຮັບຖືວ່າແມ່ນຈຸດພົ້ນເດັ່ນ ຍ້ອນ ຄຸນຄ່າເຄື່ອງໝາຍການຄ້າແຫ່ງຊາດ ໄດ້ເພີ່ມຂຶ້ນ ພ້ອມກັບໝາກຜົນທີ່ບັນລຸໄດ້ໃນຂົງເຂດ ເສດຖະກິດ ສັງຄົມ, ໂດຍຢັ້ງຢືນໄດ້ອິດທິພົນຊື່ສຽງ ແລະ ທີ່ຕັ້ງທີ່ນັບມື້ນັບສູງຂຶ້ນບົນເວທີສາກົນ, ພ້ອມທັງສະແດງໃຫ້ເຫັນຄວາມເປັນເຈົ້າການ ແລະ ຂອບຂະໜາດ ຂອງ ຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ. ທ່ານ ໂດທັ໊ງຫ໋າຍ ແບ່ງປັນວ່າ:

ເມື່ອສະພາບການຂອງໂລກມີການປ່ຽນແປງຫຼາຍຢ່າງນັ້ນ ຫວຽດນາມ ຕ້ອງເປີດກວ້າງຕະຫຼາດ ເພື່ອສາມາດເພີ່ມການສົ່ງອອກສິນຄ້າ ຫວຽດນາມ ແຕ່ດ້ານອື່ນແມ່ນເມື່ອບັນດາວິສາຫະກິດ ຫວຽດນາມ ມີເຄື່ອງໝາຍການຄ້າແລ້ວ, ແນ່ນອນວ່າ ຈະມີທ່າໄດ້ປຽບກ່ວາ ແລະ ຈະໄດ້ຮັບການຍອມຮັບຢ່າງງ່າຍດາຍກ່ວາຈາກບັນດາຕະຫຼາດສົ່ງອອກໃໝ່ຂອງ ຫວຽດນາມ.

ປັດຈຸບັນ, ມີວິສາຫະກິດຫຼາຍແຫ່ງຮັບຮູ້ໄດ້ບົດບາດສຳຄັນຂອງເຄື່ອງໝາຍການຄ້າວ່າເປັນ ຂໍກຸນແຈຊ່ວຍເພີ່ມຄຸນຄ່າໃຫ້ແກ່ຜະລິດຕະພັນກໍ່ຄືຄຸນຄ່າຂອງວິສາຫະກິດ, ປະກອບສ່ວນຍົກສູງກຳລັງຄວາມສາມາດແກ້ງແຍ້ງ ແລະ ຢັ້ງຢືນທີ່ຕັ້ງບົດບາດຕະຫຼາດ ພາຍໃນ ແລະ ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ