ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ຫວຽດ​ນາມ​ສືບ​ຕໍ່​ເພີ່ມ​ຂຶ້ນ

(VOVWORLD) - ຕາມກົມສະຖິຕິ ຫວຽດນາມ ແລ້ວ, 4 ເດືອນຕົ້ນປີ, ທົ່ວປະເທດມີ ນັກລົງທຶນຕ່າງປະເທດມາປະກອບທຶນ, ຊື້ຫຸ້ນ 2523 ຄັ້ງ ດ້ວຍຍອດມູນຄ່າປະກອບທຶນແມ່ນເກືອບ 2 ຕື້ USD, ເພີ່ມຂຶ້ນ 52,6%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ບັນດາການເຄື່ອນໄຫວ M&A (ຊື້ຂາຍ ແລະ ໂຮມເຂົ້າກັນ) ນັບມື້ນັບຟົດຟື້ນຂຶ້ນຢູ່ ຫວຽດນາມ.
ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ຫວຽດ​ນາມ​ສືບ​ຕໍ່​ເພີ່ມ​ຂຶ້ນ - ảnh 1ພະນັກງານບໍລິສັດ Samsung (ພາບ: Reuters) 

ໄລ່ຮອດໝົດເດືອນເມສາປີ 2020, ຍອດເງິນລົງທຶນຈາກຕ່າງປະເທດ (FDI) ເຂົ້າ ຫວຽດນາມ ໄດ້ເພີ່ມຂຶ້ນ 12,3 ຕື້ USD. ສິງກະໂປຢືນຢູ່ອັນດັບທີໜຶ່ງ ດ້ວຍເງິນລົງທຶນເກືອບ 4,3 ຕຶ້ື້ USD, ກວມເອົາ 62,9%, ຖັດຈາກນັ້ນແມ່ນ: ໄຕ້ຫວັນ (ຈີນ), ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ບັນດາປະເທດອື່ນຢູ່ອາຊຽນ, ເອີລົບ ແລະ ອາເມລິກາ.

ເຖິງວ່າ ໂລກລະບາດ Covid – 19 ພວມກໍ່ຜົນສະທ້ອນໄປທົ່ວທຸກແທບຖິ່ນໃນໂລກກໍ່ຕາມ ແຕ່ຫວຽດນາມຍັງແມ່ນສະຖານທີ່ໄດ້ຮັບຄວາມສົນໃຈຂອງບັນດາວິສາຫະກິດ FDI.

ຕອບກັບ

ຂ່າວ/ບົດ​ອື່ນ