ເງິນລົງທຶນເຂົ້າການເລີ່ມຕົ້ນທຸລະກິດສືບຕໍ່ເຕີບໂຕ

(VOVWORLD) -ໄລຍະ 6 ເດືອນຕົ້ນປີນີ້, ມີ 56 ໂຄງການລົງທຶນຂອງບັນດາວິສາຫະກິດ ເລີ່ມຕົ້ນທຸລະກິດຢູ່ຫວຽດນາມດ້ວຍຍອດມູນຄ່າເກືອບ 250 ລ້ານ USD
ເງິນລົງທຶນເຂົ້າການເລີ່ມຕົ້ນທຸລະກິດສືບຕໍ່ເຕີບໂຕ - ảnh 1ພາບປະກອບ 

ຕາມບໍລິສັດລົງທຶນຜະຈົນໄພ Cento Ventures ແລະ ກອງທຶນຜະຈົນໄພ ESP Capital , ໄລຍະ 6 ເດືອນຕົ້ນປີນີ້, ມີ 56 ໂຄງການລົງທຶນຂອງບັນດາວິສາຫະກິດ ເລີ່ມຕົ້ນທຸລະກິດຢູ່ຫວຽດນາມດ້ວຍຍອດມູນຄ່າເກືອບ 250 ລ້ານ USD , ຄາດວ່າ ຮອດທ້າຍປີ ຕົວເລກດັ່ງກ່າວອາດຈະເພີ່ມຂຶ້ນ ເຖິງ 800 ລ້ານ USD , ເກືອບທົບ 2 ເທົ່າເມື່ອທຽບໃສ່ປີກາຍ. ການເຕີບໂຕນີ້ ໄດ້ພາໃຫ້ຫວຽດນາມໃນປະຈຸບັນ ຢືນອັນດັບ 3 ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ກ່ຽວກັບໂຄງການ ແລະ ມູນຄ່າການລົງທຶນ, ພຽງຮອງຈາກສິງກະໂປ ແລະ ອີນໂດເນເຊຍເທົ່ານັ້ນ.

     ວົງການນັກຊ່ຽວຊານໄດ້ຕີລາຄາວ່າ : ບາງວິສາຫະກິດເຕັກໂນໂລຊີຫວຽດນາມ ໄດ້ຄ່ອຍໆໄປທັນກັບບັນດາຂົງເຂດຊຶ່ງໄດ້ຮັບຖືວ່າ ແມ່ນອະນາຄົດຂອງໂລກ ຄືພູມປັນຍາທຽມ.

ຕອບກັບ

ຂ່າວ/ບົດ​ອື່ນ