ເງາະອານ ດຶງດູດການລົງທຶນ, ພັດທະນາເສດຖະກິດໃຫ້ສົມກັບຄວາມສາມາດບົມຊ້ອນຂອງແຂວງ

ເງາະອານ ດຶງດູດການລົງທຶນ, ພັດທະນາເສດຖະກິດໃຫ້ສົມກັບຄວາມສາມາດບົມຊ້ອນຂອງແຂວງ - ảnh 1
(ພາບປະກອບ)

(vovworld) -     ຕອນ​ເຊົ້າ​ວັນ​ທີ 17/7, ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ເງາະ​ອານ ກ່ຽວ​ກັບ​ສະພາບ​ພັດທະນາ​ເສດຖະກິດ​ສັງຄົມ​ໃນ 6 ​ເດືອນ​ຕົ້ນ​ປີ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງ​ຈຸ​ງຫາຍ ສະ​ເໜີ​ໃຫ້​ແຂວງ ​ເງາະ​ອານ ສືບ​ຕໍ່​ປະຕິ​ຮູບດ້ານການ​ບໍລິຫານ​, ສ້າງ​ກົນ​ໄກ​ທີ່​ເໝາະ​ສົມ​ເພື່ອ​ດຶງ​ດູດ​ການ​ລົງທຶນ​ພັດທະນາ​ເສດຖະກິດ​ໃຫ້​ສົມ​ກັບ​ຄວາມ​ສາມາດ​ບົມຊ້ອນ; ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່ບັນດາ​ວິ​ສາ​ຫະກິດ​ໃນ​ບໍລິ​ເວນ​ແຂວງ ​ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ສ້າງ​ຕັ້ງ​ວິ​ສາ​ຫະກິດ​ໃໝ່​ຫຼາຍ​ແຫ່ງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໃຫ້ຄຳຕັກເຕອນ​ແຂວງ​ເງາະ​ອານ ຕ້ອງ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ, ຫັນ​ກະສິກຳ​ໄປ​ສູ່​ການ​ຜະລິດ​ສິນຄ້າ, ພັດທະນາ​ອຸດສາຫະກຳ​ປຸງ​ແຕ່ງ, ສືບ​ຕໍ່​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ທີ່​ມີ​ຄຸນ​ນະພາ​ບສູງ.
ຂ່າວ/ບົດ​ອື່ນ