ເຈົ້າໜ້າທີ່ການທູດ ຈີນ, ລັດເຊຍ ປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ

(VOVWORLD) - ທ່ານລັດຖະມົນຕີ ຈິ້ນກາງ ໄດ້ພົບປະກັບທ່ານຮອງລັດຖະມົນຕີ ລັດເຊຍ Rudenko ແລະ ແລກປ່ຽນທັດສະນະກ່ຽວກັບການພົວພັນລະຫວ່າງ ຈີນ - ລັດເຊຍ
ເຈົ້າໜ້າທີ່ການທູດ ຈີນ, ລັດເຊຍ ປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ - ảnh 1ການນຳກະຊວງການຕ່າງປະເທດ ລັດເຊຍ ແລະ ຈີນ
(ພາບ: ກະຊວງການຕ່າງປະເທດ ຈີນ)

ວັນທີ 25 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຈິ້ນກາງ ໄດ້ພົບປະກັບທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Andrey Rudenko ຢູ່ນະຄອນຫຼວງ ປັກກິ່ງ, ປະເທດຈີນ.

        ກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ: ທ່ານລັດຖະມົນຕີ ຈິ້ນກາງ ໄດ້ພົບປະກັບທ່ານຮອງລັດຖະມົນຕີ ລັດເຊຍ Rudenko ແລະ ແລກປ່ຽນທັດສະນະກ່ຽວກັບການພົວພັນລະຫວ່າງ ຈີນ - ລັດເຊຍ. ເຈົ້າໜ້າທີ່ສອງທ່ານກໍ່ປຶກສາຫາລື ບັນດາບັນຫາສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ບໍ່ແຈ້ງໃຫ້ຮູ້ຂໍ້ມູນລາຍລະອຽດກ່ຽວກັບການພົບປະຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ